ຕາມນັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ, ສະຫະພັນແມ່ຍິງຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງລາວ ນໍາໂດຍທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 1-7 ກໍລະກົດ.

leftcenterrightdel
ພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງສູນກາງສະຫະພັນແມ່ຍິງຫວຽດນາມ ແລະສະຫະພັນແມ່ຍິງລາວ. ພາບ: ມິງຈາງ

ໃນຂອບເຂດການຢ້ຽມຢາມຢູ່ດ່ານັ້ງ ແລະກວາງນາມ, ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງລາວ ຈະຢ້ຽມຢາມບາງຮູບແບບການເຄື່ອນໄຫວຂອງສະມາຄົມແມ່ຍິງທຸກຂັ້ນ, ເຂົ້າຢ້ຽມຂໍ່ານັບການນໍາຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ; ຢ້ຽມຢາມອະນຸສາວະລີແມ່ຫວຽດນາມວິລະຊົນ ແລະບາງສະຖານທີ່ປະຫວັດສາດ, ວັດທະນະທໍາ... ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນຄວາມປາດຖະໜາ ແລະຄວາມຕັດສິນໃຈຂອງສອງສະຫະພັນໃນການຊຸກຍູ້ ແລະຍົກສູງປະສິດທິຜົນການພົວພັນມິດຕະພາບ, ການຮ່ວມມືລະຫວ່າງແມ່ຍິງສອງປະເທດໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

ໂອກາດນີ້ໄດ້ດໍາເນີນພິທີປະກາດຂໍ້ຕົກລົງປະດັບຫຼຽນໄຊຂອງຫວຽດນາມ ໃຫ້ລາວ: ປະດັບຫຼຽນໄຊເອກະລາດ ຊັ້ນ 3 ໃຫ້ຮອງປະທານສະຫະພັນແມ່ຍິງລາວ 3 ຄົນ; ປະດັບຫຼຽນໄຊແຮງງານ ຊັ້ນ 2  ໃຫ້ຄະນະແຜນການ ແລະຮ່ວມມືສາກົນ, ສະຫະພັນແມ່ຍິງລາວ; ປະດັບຫຼຽນໄຊມິດຕະພາບ ໃຫ້ 15 ໝູ່ຄະນະສະຫະພັນແມ້ຍິງແຂວງ/ນະຄອນລາວ; ປະດັບຫຼຽນໄຊ, ຫຼຽນກາມິດຕະພາບໃຫ້ພະນັກງານຂັ້ນກົມ 4 ຄົນ, ແລະພະນັກງານສະຫະພັນແມ່ຍິງລາວ 1 ຄົນ.

ຄຽງຂ້າງນັ້ນໄດ້ດໍາເນີນພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງສູນກາງສະຫະພັນແມ່ຍິງຫວຽດນາມ ແລະສະຫະພັນແມ່ຍິງລາວ; ລະຫວ່າງສະຫະພັນແມ່ຍິງແຂວງດັກລັກ ແລະສະຫະພັນແມ່ຍິງແຂວງເຊກອງ.

ໂດຍ: ຈາງຫງວຽນ