ນີ້ແມ່ນການເຄື່ອນໄຫວຖືກຈັດຕັ້ງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ.

leftcenterrightdel
ລາຍການສະແດງຂອງບັນດານັກສິລະປິນໃນສັບປະດາວັດທະນະທໍາຫວຽດນາມ ຢູ່ລາວ ປີ 2019. ພາບ: ແຄ໊ງຮວ່ຽນ

ການເຄື່ອນໄຫວນີ້ ເພື່ອແນໃສ່ແນະນໍາວັດທະນະທໍາ, ປະເທດຊາດ ແລະຊາວຫວຽດນາມ, ມໍລະດົກວັດທະນະທໍາໂລກຢູ່ຫວຽດນາມ, ການພັດທະນາ, ຜົນງານກິລາ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງຫວຽດນາມ ເຖິງມະຫາຊົນລາວ ແລະເພື່ອນມິດສາກົນຢູ່ລາວ. ຜ່ານນັ້ນ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ກວ່າອີກ.

ເນື້ອໃນວາງສະແດງລວມມີການເຄື່ອນໄຫວຫຼາຍຢ່າງ, ໃນນັ້ນ ແນະນໍາຮູບພາບ 60 ແຜ່ນ ເຊິ່ງແມ່ນບັນດາມໍລະດົກໂລກຢູ່ຫວຽດນາມ 60 ຢ່າງທີ່ໄດ້ UNESCO ຮັບຮອງ...; ເນື້ອໃນວາງສະແດງໄດ້ນໍາໃຊ້ດ້ວຍພາສາຫວຽດນາມ ແລະພາສາລາວ. ລາຍການຈະດໍາເນີນແຕ່ວັນທີ 18 - 21 ກໍລະກົດ, ທີ່ຫໍວັດທະນະທໍາແຫ່ງຊາດລາວ (ນະຄອນຫຼວງວຽງຈັນ).

ໂດຍ: ກວຽດເຕີມ