ລາຍການໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 21 ປີແຫ່ງວັນຄອບຄົວຫວຽດນາມ (28-6-2001 / 28-6-2022),  55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກໍາປູເຈຍ (24-6-1967 / 24-6-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977 / 18-7-2022).

leftcenterrightdel
ພົບປະແລກປ່ຽນສິລະປະພື້ນເມືອງຂອງສາມປະເທດ. ພາບ: vov.vn.

ລາຍການມີການເຂົ້າຮ່ວມຂອງຫົວໜ້າສະຖານກົງສູນໃຫຍ່ ລາວ ແລະກໍາປູເຈຍ ປະຈໍາ ນະຄອນໂຮ່ຈີມິນ, ຜູ້ຕາງໜ້າຄະນະຊາວໜຸ່ມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ, ສະມາຄົມນັກສຶກສາ 3 ປະເທດ ພ້ອມກັບ 34 ຄອບຄົວ. ນີ້ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວມິດຕະພາບພ້ອມກັນພົບປະແລກປ່ຽນ, ແບ່ງປັນ, ຊົມບັນດາລາຍການສິລະປະ, ດົນຕີພື້ນເມືອງຂອງ 3 ປະເທດ ແລະພິເສດແມ່ນເຂົ້າຮ່ວມລາຍການລະຫຼິ້ນພື້ນເມືອງ, ການເຄື່ອນໄຫວເຊື່ອມຕໍ່ອື່ນໆ.

ໂດຍ: ຈາງຫງວຽນ