ຕໍ່ໜ້າຄວາມເສຍຫາຍອັນໃຫຍ່ຫຼວງຂອງພໍ່ແມ່ປະຊາຊົນ, ວັນທີ 29 ພະຈິກ 2025, ໃນການຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ກວດກາສະພາບການຢູ່ຕາແສງຮວ່າທິ້ງ (ແຂວງດັກລັກ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ປຸກລະດົມ “ບັ້ນເຄື່ອນໄຫວ ກວາງຈູງ”, ລະດົມທຸກແຫຼ່ງກຳລັງເລັ່ງກໍ່ສ້າງ ແລະສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວທີ່ມີເຮືອນຖືກເປ່ເພ, ພັງທະລາຍ, ພັດໄຫຼຍ້ອນຝົນຕົກນ້ຳຖ້ວມໂດຍໄວ ເພື່ອໃຫ້ໝົດທຸກຄົນມີເຮືອນຢູ່, ຕ້ອນຮັບປີໃໝ່ປະຈໍາຊາດ ປີມະເມຍ 2026.

ໂດຍແມ່ນກໍາລັງຫຼັກແຫຼ່ງ ທີ່ເຂົ້າຮ່ວມປະຕິບັດ “ບັ້ນເຄື່ອນໄຫວ ກວາງຈູງ”, ຕອນເຊົ້າວັນທີ 1 ທັນວາ 2025, ພາຍຫຼັງພິທີປຸກລະດົມ,  ບັນດາອົງການ, ກົມກອງຂອງກອງທັບໃນບໍລິເວນທະຫານເຂດ 5 ໄດ້ສົມທົບກັບຄະນະພັກ, ອໍານາດການປົກຄອງ, ປະຊາຊົນບັນດາທ້ອງຖິ່ນ ໄດ້ດໍາເນີນການກວດກາຄືນ, ສັງລວມສະຖິຕິ, ຕີລາຄາຄວາມເສຍຫາຍຈາກຝົນຕົກນໍ້າຖ້ວມ ແລະເປັນເຈົ້າການຂຶ້ນແຜນ, ແບ່ງວຽກ, ມອບໝາຍໜ້າທີ່, ຄາດໝາຍລະອຽດໃຫ້ແກ່ຈຸດຕ່າງໆ, ສູ້ຊົນກໍ່ສ້າງເຮືອນ, ມອບ-ຮັບເຮືອນຫຼັງໃໝ່ ແລະສ້ອມແປງໃໝ່ໃຫ້ແກ່ປະຊາຊົນໃຫ້ສຳເລັດ ກ່ອນວັນທີ 31 ມັງກອນ 2026.

ເມື່ອທະຫານກາຍເປັນ... ຊ່າງກໍ່ສ້າງ

ອີງຕາມສະພາບຕົວຈິງ, ຄວາມສາມາດ, ຄວາມຮຽກຮ້ອງຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນ, ແຕ່ລະຄອບຄົວ, ໃນ “ບັ້ນເຄື່ອນໄຫວ ກວາງຈູງ”, ພະແນກກໍ່ສ້າງແຂວງຢາລາຍ, ແຄ໊ງຮ່ວາ, ດັກລັກ ໄດ້ອອກແບບ ແລະຮັບຮອງເອົາ 6 ແບບເຮືອນທີ່ສາມາດປ້ອງກັນພາຍຸ, ນ້ຳຖ້ວມ ຫຼື ເຮືອນທີ່ສາມາດປ້ອງກັນທັງພາຍຸ ແລະນ້ຳຖ້ວມ. ເຮືອນທີ່ແໜ້ນໜາຖາວອນເຫຼົ່ານີ້ໄດ້ຮັບການກໍ່ສ້າງຢ່າງແຂງແກ່ນມີພື້ນ, ເສົາ, ພື້ນເຮືອນແມ່ນເຮັດດ້ວຍເບຕົງເສີມເຫຼັກ, ເຊິ່ງຮຽກຮ້ອງຕ້ອງການມີເຕັກນິກສູງ, ໃນຂະນະທີ່ພະນັກງານ ແລະນັກຮົບສ່ວນຫຼາຍຍັງບໍ່ທັນໄດ້ຮັບການເຝິກອົບຮົມກ່ຽວກັບຂົງເຂດນີ້. ຕໍ່ໜ້າສະພາບການດັ່ງກ່າວ, ໂດຍປະຕິບັດຕາມຄໍາສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທະຫານເຂດ 5, ກອງພົນໃຫຍ່ 34, ເຫຼົ່າທັບເຮືອ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ເຫຼົ່າຮົບຕີພິເສດ ແລະບັນດາວິທະຍາຄານ, ໂຮງຮຽນ, ກົມກອງໃນບໍລິເວນພາກກາງໄດ້ຮີບເຮັ່ງກວດກາຄືນ, ລະດົມພະນັກງານ, ນັກຮົບ, ນັກສຶກສາ, ພາລະກອນທີ່ມີຄວາມຮູ້ຄວາມສາມາດ, ມີສີມືແຮງງານ, ມີບົດຮຽນໃນການກໍ່ສ້າງ, ມີນ້ຳໃຈ, ມີຄວາມຮັບຜິດຊອບ, ມີສຸຂະພາບດີ.

leftcenterrightdel
ພະນັກງານ, ນັກຮົບທະຫານລາດ ຕາແສງກຣົງບຸກ (ແຂວງດັກລັກ) ເກືອບ 60 ຄົນ ໄດ້ຜ່ານໄລຍະທາງກວ່າ 250 ກິໂລແມັດ ໄປຮອດຕາແສງຮວ່າທິ້ງ (ແຂວງ ດັກລັກ) ເພື່ອຊ່ວຍເຫຼືອປະຊາຊົນ ກໍ່ສ້າງ ແລະສ້ອມແປງເຮືອນພາຍຫຼັງຝົນຕົກນໍ້າຖ້ວມ. ພາບ: qdnd.vn

ຢູ່ສະຖານທີ່ລົງມືກໍ່ສ້າງ, ບັນດາກອງຮ້ອຍ, ກອງພັນ ໄດ້ຈັດ, ຜັນຂະຫຍາຍຊຸດຝຶກອົບຮົມ, ບຳລຸງສ້າງ, ຖ່າຍທອດຄວາມຮູ້, ທັກສະ, ປະສົບການໃນການກໍ່ສ້າງ, ການນໍາໃຊ້ເຄື່ອງຈັກ, ຮັບປະກັນຄວາມປອດໄພ, ດໍາເນີນວຽກງານຂົນຂວາຍປະຊາຊົນ, ຂົນຂວາຍມະຫາຊົນຢ່າງຮີບດ່ວນ, ມີປະສິດທິຜົນ, ເໝາະສົມກັບສະພາບການຕົວຈິງ. ຜ່ານໄລຍະທາງກວ່າ 300 ກິໂລແມັດ ຈາກນະຄອນດ່ານັ້ງ ເພື່ອໄປຊ່ວຍປະຊາຊົນ, ແຕ່ວັນທີ 3-5 ທັນວາ 2025, ບັນດາກົມກອງຂອງທະຫານເຮືອເຂດ 3 ໄດ້ເລີ່ມລົງມືກໍ່ສ້າງເຮືອນຢູ່ 6 ຫຼັງ ໃຫ້ແກ່ຄອບຄົວທີ່ຖືກເສຍຫາຍຢ່າງໜັກໜ່ວງຈາກໄພທຳມະຊາດ ຢູ່ຕາແສງ ຕຸຍເຟືອກດົງ (ແຂວງ ຢາລາຍ). ຈາກເຂດພູພຽງທາງພາກກາງລົງໄປຮອດທົ່ງພຽງ, ດ້ວຍກຳລັງໜຸ່ມ, ນ້ຳໃຈສາມັກຄີ, ຄວາມຕັດສິນໃຈທາງດ້ານການເມືອງສູງ, ບັນດານັກຮົບຂອງກອງພົນນ້ອຍຕີພິເສດ 198 (ເຫຼົ່າຮົບຕີພິເສດ) ໄດ້ລົງມືກໍ່ສ້າງເຮືອນໃໝ່ 18 ຫຼັງ ໃຫ້ແກ່ປະຊາຊົນບ້ານຝູຟອງ, ຕາແສງຮວ່າທິ້ງ (ແຂວງດັກລັກ).

ເຂົ້າຮ່ວມ “ບັ້ນເຄື່ອນໄຫວ ກວາງຈູງ”, ກອງພົນທີ 2 (ທະຫານເຂດ 5) ໄດ້ຮັບໜ້າທີ່ກໍ່ສ້າງ ແລະສ້ອມແປງເຮືອນ 120 ຫຼັງ ໃຫ້ແກ່ປະຊາຊົນຢູ່ຕາແສງຕຸຍອານດົງ, ຕຸຍອານບັກ, ຊວນລົກ, ຊວນເຟືອກ, ຝູເໝີ, ດົ່ງຊວນ (ແຂວງດັກລັກ). ຕໍ່ໜ້າຄວາມຫຍຸ້ງຍາກດັ່ງກ່າວ, ຄະນະພັກ, ຄະນະບັນຊກອງພົນທີ 2  ໄດ້ຮຽກຮ້ອງໃຫ້ການນຳ, ຜູ້ບັນຊາການບັນດາອົງການ, ກົມກອງຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມ ເພື່ອຍົກສູງຄວາມຮູ້, ສະຕິປັນຍາ, ຄວາມຕັດສິນໃຈດ້ານການເມືອງຂອງພະນັກງານ, ນັກຮົບແຕ່ລະຄົນ. ທ່ານພັນເອກ ຫງວຽນລອງວ໊ອງ, ຮອງຫົວໜ້າການທະຫານ ທັງເປັນຫົວໜ້າເສນາທິການ ກອງພົນທີ 2 ໃຫ້ຮູ້ວ່າ: “ຢູ່ບາງເຂດ, ຍ້ອນລົດບັນທຸກບໍ່ສາມາດເຂົ້າໄປເຖິງສະຖານທີ່ກໍ່ສ້າງໄດ້, ທະຫານຕ້ອງໄດ້ຍ່າງຜ່ານປ່າ, ລຸຍທົ່ງນາ, ລຸຍຂ້າມນ້ຳ ເພື່ອນຳເອົາເຄື່ອງຈັກ, ວັດສະດຸ, ພາຫະນະໄປຍັງສະຖານທີ່ກໍ່ສ້າງ, ໃນແຕ່ລະມື້ ນັບແຕ່ເວລາ 5 ໂມງເຊົ້າຫາ 11 ໂມງກາງຄືນ, ຢູ່ສະຖານທີ່ກໍ່ສ້າງຂອງກອງພົນທີ 2, ເຄື່ອງເຈາະ,  ເຄື່ອງຕັດເຫຼັກ, ເຄື່ອງປະສົມເບຕົງ ແມ່ນເຮັດວຽກຢູ່ຕະຫຼອດເວລາ. ພາຍຫຼັງ 22 ວັນທີ່ລົງມືກໍ່ສ້າງ, ທາງກົມກອງກໍ່ໄດ້ກໍ່ສ້າງເຮືອນສຳເລັດຫຼັງທຳອິດ, ແລະພາຍຫຼັງ 40 ວັນທີ່ເລັ່ງລົງມືກໍ່ສ້າງ, ທາງກົມກອງໄດ້ປະຕິບັດສຳເລັດໜ້າທີ່ໂດຍພື້ນຖານ.”

ຄົນງານ ແລະເຄື່ອງຈັກເລັ່ງຄວາມຄືບໜ້າ

ຢູ່ຕາແສງຮວ່າທິ້ງ, ເຊິ່ງແມ່ນບ່ອນທີ່ມີເຮືອນຫຼາຍຮ້ອຍຫຼັງ ຖືກເປ່ເພ, ພັງທະລາຍ ແລະຕ້ອງໄດ້ຮັບການສ້ອມແປງ, ກໍ່ສ້າງໃໝ່, ກໍາລັງກໍ່ສ້າງຂອງກອງບັນຊາການທະຫານແຂວງດັກລັກ, ກອງພົນ 315, ກອງພົນນ້ອຍລົດຕັງຍານເກາະ 574, ກອງພົນນ້ອຍຊ່າງແສງ 280, ບໍລິສັດກາເຟ 15 ຈໍາກັດຜູ້ດຽວ, ຄະນະເສດຖະກິດ-ປ້ອງກັນຊາດ 737 (ທະຫານເຂດ 5) ແລະກອງພົນນ້ອຍຕີພິເສດ 198 ໄດ້ມີຫຼາຍຮູບແບບ ແລະວິທີການເຮັດວຽກທີ່ດີ ເພື່ອແນໃສ່ຍູ້ໄວ ຄວາມຄືບໜ້າ. 

leftcenterrightdel
ທະຫານ ກອງພົນນ້ອຍຕີພິເສດ 198, ເຫຼົ່າຮົບຕີພິເສດ ຊ່ວຍເຫຼືອບັນດາຄອບຄົວຢູ່ບ້ານ ຝູຮື້ວ, ຕາແສງ ຮວ່າທິ້ງ (ແຂວງດັກລັກ) ກໍ່ສ້າງເຮືອນຫຼັງໃໝ່ ພາຍຫຼັງຝົນຕົກນໍ້າຖ້ວມ. ພາບ: qdnd.vn

ຕາມນັ້ນແລ້ວ, ຢູ່ຕາມໝູ່ບ້ານຕ່າງໆທີ່ມີການກໍ່ສ້າງເຮືອນຢູ່ໃກ້ໆກັນ, ທາງກົມກອງຈະໄດ້ຜັດປ່ຽນກັນ, ຈັດສົ່ງກໍາລັງເຂົ້າຮ່ວມການແບກຫາບ,  ຂົນຍ້າຍສົ່ງວັດສະດຸ, ປະສົມປູນ, ຕັດເຫຼັກ, ຈອດເຫຼັກ ເພື່ອແນໃສ່ເສີມຂະຫຍາຍລະດັບຄວາມຮູ້ຄວາມສາມາດ ແລະຄວາມຊຳນານຂອງພວກອ້າຍນ້ອງ ກໍຄືແກ້ໄຂການຂາດແຄນເຄື່ອງຈັກ ແລະພາຫະນະກໍ່ສ້າງ.

ຮ້ອຍເອກ ເຈິ່ນກວກທິ້ງ, ພະນັກງານການເມືອງກອງຮ້ອຍທີ 5 (ກອງພັນທີ 2, ກອງພັນໃຫຍ່ 143, ກອງພົນ 315) ໃຫ້ຮູ້ວ່າ: “ເມື່ອເຂົ້າຮ່ວມ “ບັ້ນເຄື່ອນໄຫວ ກວາງຈູງ”, ຂັ້ນເທິງໄດ້ມອບໝາຍໜ້າທີ່ໃຫ້ກົມກອງຂອງຂ້າພະເຈົ້າ ກໍ່ສ້າງເຮືອນໃໝ່ 2 ຫຼັງ ໃຫ້ແກ່ປະຊາຊົນຢູ່ບ້ານຝູຮື໊ວ, ຕາແສງຮວ່າທິ້ງ.  ພາຍຫຼັງກໍ່ສ້າງສຳເລັດ, ມອບ-ຮັບເຮືອນຢູ່ໃຫ້ບັນດາຄອບຄົວ, ທະຫານຍັງໄດ້ສົມທົບກັບສະມາຊິກຊາວໜຸ່ມ, ຊາວໜຸ່ມຢູ່ໃນທ້ອງຖິ່ນພ້ອມກັນເຮັດອະນາໄມ, ທຳຄວາມສະອາດສິ່ງແວດລ້ອມ, ດັດປັບ ແລະສ້ອມແປງເສັ້ນທາງລະຫວ່າງບ້ານຕໍ່ບ້ານຫຼາຍສາຍ”.

ຢູ່ເຂດປະສົບໄພນ້ຳຖ້ວມ, ພາບພົດຂອງທະຫານລຸງໂຮ່ ດ້ວຍປະຕີນເປົ່າ ແລະເຈດຈໍານົງຄວາມມຸ່ງໝັ້ນທີ່ກ້າຫານ, ເຄື່ອງແບບເປື້ອນເຫື່ອ, ເຮັດວຽກບໍ່ຮູ້ອິດຮູ້ເມື່ອຍທັງກາງເວັນ ແລະກາງຄືນ ເພື່ອກໍ່ສ້າງເຮືອນຢູ່, ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ, ໄດ້ຝັງເລິກຢູ່ໃນດວງໃຈຂອງພີ່ນ້ອງຮ່ວມຊາດນັບລ້ານໆຄົນ.

ໂດຍ: ທູຈາງ