ເນື້ອໃນສານໄດ້ລະບຸວ່າ:

ເນື່ອງໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ຕາງໜ້າພັກປະຊາຊົນປະຕິວັດລາວ ແລະປະຊາຊົນລາວບັນດາເຜົ່າ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະຂໍສົ່ງຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ແລະຄໍາອວຍພອນໄຊອັນປະເສີດມາຍັງກອງປະຊຸມໃຫຍ່ ແລະຜ່ານກອງປະຊຸມໃຫຍ່ ໄປຍັງສະມາຊິກພັກ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.

ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ແລະມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະກວ່າ 80 ປີ ແຫ່ງການສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂດຍສະເພາະແມ່ນ ໄລຍະ 40 ປີ ດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະສະໄໝ ໄດ້ຢ່າງມີໄຊ ໂດຍພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ເຮັດໃຫ້ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດມີການພັດທະນາດ້ວຍຈັງຫວະສູງຢ່າງຕໍ່ເນື່ອງ; ບົດບາດ, ອິດທິພົນຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ. ບັນດາຜົນສໍາເລັດດັ່ງກ່າວ ເປັນການຢືນຢັນເຖິງການນໍາພາອັນສະຫຼາດສ່ອງໃສ, ຖືກຕ້ອງ ແລະປະດິດສ້າງຂອງພັກກອມມູນິດຫວຽດນາມ,  ທັງເປັນການສະແດງເຖິງຄວາມເດັດດ່ຽວໜຽວແໜ້ນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຄວາມບາກບັ່ນພະຍາຍາມກ້າວຂຶ້ນດ້ວຍເຫງົ້າພະລັງມະຫາສາມັກຄີອັນເປັນປຶກແຜ່ນຂອງທົ່ວທັງຊາດເພື່ອບັນລຸເປົ້າໝາຍປະຊາຊົນມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະ ໄຕ, ຍຸຕິທໍາ ແລະ ສີວິໄລ.

leftcenterrightdel
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: qdnd.vn

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເປັນເຫດການການເມືອງທີ່ສໍາຄັນຍິ່ງຂອງທົ່ວພັກ, ລັດ ແລະປະຊາຊົນຫວຽດນາມ, ເປັນຂີດໝາຍແຫ່ງການພັດທະນາໄລຍະໃໝ່ຂອງການປະຕິວັດຫວຽດນາມ, ຊຶ່ງຈະກໍານົດແນວທາງ, ເປົ້າໝາຍເພື່ອສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ເປັນລະບົບຄົບຊຸດ, ກວ້າງຂວາງ ແລະເລິກເຊິ່ງ, ນຳພາປະເທດຊາດກ້າວເຂົ້າສູ່ສັງກາດໃໝ່-ສັງກາດແຫ່ງການກ້າວຂຶ້ນຂອງຊົນຊາດຫວຽດນາມ; ບົນພື້ນຖານຂອງການເສີມຂະຫຍາຍໝາກຜົນຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ແລະປີຊາສາມາດຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່, ໃຫຍ່ຫຼວງກວ່າເກົ່າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ຢ່າງມີໄຊ.

ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ມີຕົ້ນກໍາເນີດມາຈາກພັກກອມມູນິດອິນດູຈີນ ທີ່ມີອຸດົມການປະຕິວັດອັນດຽວກັນ. ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂໍຢືນຢັນຢ່າງສະເໝີຕົ້ນສະເໝີປາຍວ່າ ເຖິງວ່າສະພາບການຂອງໂລກຈະມີການຜັນແປໄປແນວໃດກໍຕາມ, ພວກຂ້າພະເຈົ້າ ຈະສືບຕໍ່ຮ່ວມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ພ້ອມກັນປົກປັກຮັກສາ, ຖະນຸຖະໜອມ ແລະເສີມຂະຫຍາຍສາຍພົວພັນສາມັກຄີພິເສດອັນເປັນມູນເຊື້ອ ທີ່​ປະ​ທານ​ໂຮ່​ຈີ່ມິນ ຜູ້ນຳທີ່​ຍິ່ງ​ໃຫຍ່, ປະ​ທານ ​ໄກ​ສອນ​ ພົມ​ວິ​ຫານ ແລະ ປະ​ທານ ສຸ​ພາ​ນຸ​ວົງ ທີ່ເຄົາລົບຮັກ ໄດ້​ວາງຮາກຖານ ແລະສືບຕໍ່ໄດ້​ຮັບ​ການເພີ່ມພູນຄູນສ້າງ ໂດຍບັນ​ດາ​ຮຸ່ນ​ການ​ນຳ, ນັກ​​ຮົບປ​ະ​ຕິ​ວັດ ແລະປະ​ຊາ​ຊົນ​ສອງ​ຊາດ ຈົນກາຍເປັນ​ມໍ​ລະ​ດົກ​ລວມ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ, ເປັນ​ກົດ​ເກນ​ແຫ່ງ​ການ​ຄົງ​ຕົວ ແລະ​ຂະ​ຫຍາຍ​ຕົວ​ຂອງ​ສອງ​ຊາດ, ​ເປັນ​ໜຶ່ງໃນປັດ​ໄຈຕັດສິນໄຊ​ຊ​ະ​ນະ​ຂອງ​ການ​ປະ​ຕິ​ວັດຢູ່​ແຕ່​ລະ​ປະ​ເທດ. ​ສາຍພົວພັນພິເສດ ລາວ-ຫວຽດນາມ ບໍ່ໄດ້ຈືດຈາງໄປຕາມການເວລາ ແຕ່ກົງກັນຂ້າມໄດ້ເພີ່ມທະວີ ແລະມີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ. ໃນສະພາບການໃໝ່, ສອງຝ່າຍໄດ້ເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຊຶ່ງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈທາງດ້ານການເມືອງ ໃນລະດັບສູງສຸດຂອງການນໍາຂັ້ນສູງສອງປະເທດ ໃນການຍົກລະດັບການພົວພັນ ລາວ-ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງກວ່າເກົ່າ ແລະແທດເໝາະກັບໄລຍະການພັດທະນາໃໝ່.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງ​ເລິກ​ເຊິ່ງ​ຕໍ່​ພັກ, ລັດ ແລະປະ​ຊາ​ຊົນ​ຫວຽດ​ນາມອ້າຍ​ນ້ອງ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະຊ່ວຍ​ເຫຼືອຢ່າງ​ໃຫຍ່ຫຼວງ, ລ້ຳ​ຄ່າ, ໝົດ​ຈິດ​ໝົດ​ໃຈ, ມີ​ປະ​ສິດ​ທິ​ຜົນ ແລະທັນ​ການ​ແກ່​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ ໃນ​ພາ​ລາ​ກິດຕໍ່​ສູ້​ປົດປ່ອຍຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື ​ໃນ​ພາ​ລະ​ກິດປົກ​ປັກ​ຮັກ​ສາ ແລະສ້າງ​ສາພັດທະນາ​ປະ​ເທດ​ຊາດ ຂອງ​ພ​ວ​ກ​ຂ້າ​ພ​ະ​ເຈົ້າ​ໃນ​ປັດ​ຈຸ​ບັນ.

ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈົ່ງປະສົບຜົນສໍາເລັດຢ່າງສະຫງ່າງາມ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະນົງແກ່ນຕະຫຼອດໄປ.

ຄັດຈາກ ສໍານັກຂ່າວສານປະເທດລາວ