ເລີ່ມລົງມືກໍ່ສ້າງໂຮງງານຜະລິດຊິບແຫ່ງທຳອິດຂອງຫວຽດນາມ
ກປ.ອອນໄລ - ຕອນເຊົ້າວັນທີ 16 ມັງກອນ, ທີ່ຮ່າໂນ້ຍ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດຊິບເຄິ່ງຊັກນໍາໄຟຟ້າເຕັກໂນໂລຊີສູງ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດຊິບເຄິ່ງຊັກນໍາໄຟຟ້າເຕັກໂນໂລຊີສູງ. ພາບ: qdnd.vn |
ໂຄງການດັ່ງກ່າວ ໂດຍ Viettel ຜັນຂະຫຍາຍຕາມໜ້າທີ່ທີ່ກະຊວງປ້ອງກັນປະເທດ ມອບໃຫ້, ບົນພື້ນຖານມະຕິຂອງລັດຖະບານ. ຜູ້ຕາງໜ້າຂອງ Viettel ຢັ້ງຢືນວ່າ ນີ້ແມ່ນຂີດໝາຍສໍາຄັນ ເປັນຄັ້ງທໍາອິດ ທີ່ຫວຽດນາມ ສ້າງຕັ້ງຂຶ້ນກໍາລັງຄວາມສາມາດຜະລິດຊິບເຄິ່ງຊັກນໍາໄຟຟ້າພາຍໃນປະເທດ, ສ້າງພື້ນຖານໃຫ້ເປົ້າໝາຍເປັນເຈົ້າຂອງເຕັກໂນໂລຢີຫຼັກເທື່ອລະກ້າວ ແລະພັດທະນາລະບົບນິເວດເຄິ່ງຊັກນໍາໄຟຟ້າພາຍໃນປະເທດ.
ໂຮງງານໄດ້ຮັບການກໍ່ສ້າງຢູ່ເຂດເຕັກໂນໂລຢີສູງຮ່ວາລາກ (ຮ່າໂນ້ຍ), ດ້ວຍເນື້ອທີ່ 27 ເຮັກຕາ, ດ້ວຍການກໍານົດທິດໃຫ້ກາຍເປັນໂຄງລ່າງແຫ່ງຊາດຮັບໃຊ້ການຄົ້ນຄວ້າ, ອອກແບບ, ທົດລອງ, ຜະລິດຊິບເຄິ່ງຊັກນໍາໄຟຟ້າ. ເມື່ອນໍາເຂົ້າເຄື່ອນໄຫວ, ໂຮງງານດັ່ງກ່າວຈະສາມາດສະໜອງໃຫ້ບັນດາຂະແໜງອຸດສາຫະກຳລະດັບຊາດ ເຊັ່ນ: ການບິນອະວະກາດ, ໂທລະຄົມມະນາຄົມ, ອິນເຕີແນັດສັບປະສິ່ງ, ການຜະລິດລົດໂອໂຕ, ອຸປະກອນການແພດ, ລະບົບອັດຕະໂນມັດ.
    |
 |
|
ບັນດາສະຫາຍການນໍາພັກ, ລັດ ພ້ອມດ້ວຍບັນດາຜູ້ແທນດໍາເນີນພີທີລົງມືກໍ່ສ້າງ. ພາບ: qdnd.vn |
ທີ່ເຫດການ, ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ, ການລົງມືກໍ່ສ້າງໂຮງງານຜະລິດຊິບ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມສາມາດເປັນເຈົ້າຂອງເຕັກໂນໂລຢີສູງເທື່ອລະກ້າວ. ສິ່ງດັ່ງກ່າວຊ່ວຍປັບປຸງຂັ້ນຕອນໃນຕ່ອງໂສ້ມູນຄ່າເຄິ່ງຊັກນໍາໄຟຟ້າທົ່ວໂລກ, ເປັນຂີດໝາຍການຫັນປ່ຽນຈາກການເຂົ້າຮ່ວມມາເປັນເຈົ້າຂອງ, ຈາກການຕິດຕັ້ງມາເປັນຜະລິດ, ປະກອບສ່ວນຍົກສູງກໍາລັງບົ່ມຊ້ອນ ແລະຖານະທີ່ຕັ້ງຂອງຫວຽດນາມ ໃນສັງກາດດີຈີຕອນ.
ໂດຍ: ທູຈາງ