ແຂ່ງຂັນກັນ ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ເປັນເຫດການທາງການເມືອງທີ່ສຳຄັນຍິ່ງ, ດຶງດູດຄວາມສົນໃຈ ແລະການຕິດຕາມຂອງພະນັກງານ, ນັກຮົບໃນທົ່ວກອງທັບ. ເຖິງວ່າພວມປະຕິບັດໜ້າທີ່ເປັນເວລາຫຼາຍມື້ຢູ່ທະເລ ຫຼື ເວນຍາມກຽມພ້ອມສູ້ຮົບຢູ່ຄ້າຍທະຫານກໍ່ຕາມ, ແຕ່ພະນັກງານ, ນັກຮົບໃນບັນດາກົມກອງຂຶ້ນກັບທະຫານເຮືອເຂດ 2 ລ້ວນແຕ່ມອບຄວາມເຊື່ອໝັ້ນຢ່າງຕາຍໃຈຕໍ່ການນຳພາຂອງພັກ, ຕໍ່ເສັ້ນທາງພັດທະນາຂອງປະເທດຊາດ.

leftcenterrightdel
ພະນັກງານ, ນັກຮົບກໍາປັ່ນ ເຈື່ອງຊາ 04 (ກອງພັນທະຫານເຮືອ ທີ 1, ກອງພົນນ້ອຍ 125, ທະຫານເຮືອ ເຂດ 2) ເພີ່ມທະວີການສັງເກດການ, ຄົ້ນພົບບັນດາເປົ້າໝາຍຢູ່ທະເລ. ພາບ: qdnd.vn

ທີ່ທ່າເຮືອຂອງກອງພົນນ້ອຍ 167 (ທະຫານເຮືອເຂດ 2), ປ້າຍໂຄສະນາ ແລະຄຳຂວັນອອກແຮງສ້າງຜົນງານເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງພັກ ໄດ້ປະດັບປະດາຕົບແຕ່ງຢ່າງສວຍງາມ. ບັນຍາກາດການອົບຮົມຫັດແອບແຜນການກຽມພ້ອມສູ້ຮົບເພື່ອປ້ອງກັນກອງປະຊຸມໃຫຍ່ແມ່ນມີຄວາມຮີບດ່ວນ ແລະເຂັ້ມງວດ. ຢູ່ໃນກໍາປັ່ນລໍາຕ່າງໆ, ພະນັກງານ, ນັກຮົບ ໄດ້ຕັ້ງໜ້າອົບຮົມຫັດແອບປະສານສົມທົບ, ຍົກສູງຄວາມຮູ້ຄວາມສາມາດໃນການບັນຊາ, ແກ້ໄຂສະຖານະການ. ທາງກົມກອງໄດ້ຈັດການຝຶກແອບເປັນເຈົ້າຂອງອາວຸດຍຸດໂທອຸປະກອນ, ຝຶກຝົນຫຼໍ່ຫຼອມຄຸນທາດ, ທ່າທີການບັນຊາ, ນຳໃຊ້ພາຫະນະອຸປະກອນເຕັກນິກຢ່າງຊຳນິຊຳນານ; ຮັກສາລະບຽບແບບແຜນ, ລະບອບຢ່າງເຄັ່ງຄັດ, ປະຕິບັດຕາມກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ... ບັນດາເນື້ອໃນແຂ່ງຂັນໄດ້ຮັບການຍູ້ແຮງດ້ວຍຄວາມຕັດສິນໃຈສູງສຸດ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງພັກ.

leftcenterrightdel
ພະນັກງານ, ນັກຮົບກອງພົນນ້ອຍ 167 (ທະຫານເຮືອ ເຂດ 2) ແຂ່ງຂັນກັນໃນການອົບຮົມຫັດແອບເພື່ອສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ພາບ: qdnd.vn

ຮ້ອຍໂທ ກາວແທງນາມ, ຫົວໜ້າພະແນກ II, ກຳປັ່ນ 273, ກອງພົນນ້ອຍ 167 ໄດ້ແບ່ງປັນວ່າ: “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກແມ່ນຂີດໝາຍສຳຄັນຍິ່ງໃນເສັ້ນທາງພັດທະນາຂອງປະເທດ, ເປີດສັງກາດໃໝ່ໃຫ້ແກ່ຊົນຊາດ. ດັ່ງນັ້ນ, ພວກເຮົາແຂ່ງຂັນກັນໃນການອົບຮົມຫັດແອບ, ເປັນເຈົ້າຂອງອາວຸດຍຸດໂທປະກອນເຕັກນິກ, ຍົກສູງຄວາມສາມາດກຽມພ້ອມສູ້ຮົບ, ປົກປັກຮັກສາອະທິປະໄຕທະເລ ແລະໝູ່ເກາະ ຢ່າງໜັກແໜ້ນ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່, ພ້ອມກັບຄວາມຄາດຫວັງນຳພາປະເທດກ້າວເຂົ້າສູ່ສັງກາດໃໝ່”.

ສະແດງຄວາມເຊື່ອໝັ້ນ ຜ່ານການກະທຳທີ່ແທດຈິງ

ໜ້າທີ່ປົກປັກຮັກສາອະທິປະໄຕຢູ່ທະເລ ຮຽກຮ້ອງໃຫ້ພະນັກງານ, ນັກຮົບທະຫານເຮືອ ບໍ່ພຽງແຕ່ມີສຸຂະພາບແຂງແຮງ, ມີຄວາມສາມາດຕ້ານທານກັບຄື້ນໃຫຍ່, ລົມແຮງ ເທົ່ານັ້ນ, ແຕ່ຍັງຕ້ອງມີທາດແທ້, ເຈດຈໍານົງ ແລະຄວາມເຊື່ອໝັ້ນຢ່າງໝັ້ນແກ່ນ. ຢູ່ທ່າມກາງມະຫາສະໝຸດອັນກວ້າງໃຫຍ່ໄພສານ, ປະເຊີນກັບຄື້ນຟອງທີ່ຮຸນແຮງ ຫຼື ພາຍຸລົມແຮງ, ທຸກການດຳເນີນຊີວິດຢູ່ເທິງກໍາປັ່ນ ແມ່ນປະສົບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນຄວາມຫຍຸ້ງຍາກລໍາບາກນັ້ນ, ນ້ຳໃຈສາມັກຄີ ແລະເຈດຈໍານົງຕັດສິນໃຈແມ່ນກໍາລັງແຮງເພື່ອໃຫ້ພະນັກງານ, ນັກຮົບຜ່ານຜ່າຂີດຈຳກັດຂອງຕົນເອງ, ບືນຕົວຂຶ້ນປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ.

leftcenterrightdel
ພະນັກງານ, ນັກຮົບກອງພົນນ້ອຍ 167 (ທະຫານເຮືອເຂດ 2) ຍົກສູງຈິດໃຈກຽມພ້ອມສູ້ຮົບປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ ຢ່າງໝັ້ນແກ່ນ. ພາບ: qdnd.vn

ຮ້ອຍເອກພິເສດ ຮວ່າງສີທ້ຽນ, ເລຂາໜ່ວຍພັກ, ຫົວໜ້າການເມືອງກຳປັ່ນ ເຈື່ອງຊາ 04, ກອງພັນທະຫານເຮືອທີ 1, ກອງພົນນ້ອຍ 125 (ທະຫານ ເຮືອເຂດ 2), ເນັ້ນໜັກວ່າ: “ໃນເງື່ອນໄຂທີ່ເຮັດໜ້າທີ່ຢູ່ທ່າມກາງທະເລ, ຫຼາຍກໍລະນີມີການຜັນແປຢ່າງວ່ອງໄວ ແລະສັບສົນ, ການເສີມຂະຫຍາຍບົດບາດການນຳພາຂອງໜ່ວຍພັກ, ຮັກສາຄວາມສາມັກຄີ, ເປັນເອກະພາບພາຍໃນຄະນະພັກ, ຄະນະບັນຊາ ແມ່ນມີຄວາມໝາຍສຳຄັນເປັນພິເສດ. ດັ່ງນັ້ນ, ລະບຽບແບບແຜນ, ລະບອບການດໍາເນີນຊີວິດພັກ ຍາມໃດກໍໄດ້ຮັບການຮັກສາຢ່າງເຂັ້ມງວດ, ເສີມຂະຫຍາຍບົດບາດ ແລະຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກແຕ່ລະຄົນ. ໜ່ວຍພັກກຳປັ່ນ ໄດ້ເປັນແກນກາງໃນການນຳພາ, ເປັນສູນກາງແຫ່ງຄວາມສາມັກຄີ ແລະເປັນບ່ອນອີງທາງດ້ານຈິດໃຈອັນໜັກແໜ້ນ ເພື່ອໃຫ້ພະນັກງານ, ນັກຮົບ ມີຄວາມອຸ່ນອ່ຽນໃຈປະຕິບັດໜ້າທີ່, ປະຕິບັດສຳເລັດທຸກໜ້າທີ່, ປະກອບສ່ວນເຂົ້າໃນການກໍ່ສ້າງພັກໃຫ້ໝັ້ນຄົງເຂັ້ມແຂງ ແຕ່ຮາກຖານ”.

ຢູ່ທ່າມກາງທະເລອັນກວ້າງໃຫຍ່ໄພສານ, ແຕ່ຈິດໃຈເວນຍາມກຽມພ້ອມສູ້ຮົບ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ໂດຍ ຄະນະບັນຊາກຳປັ່ນ 953, ກອງພົນນ້ອຍ 167 ໄດ້ຮັກສາຢ່າງເຂັ້ມງວດ, ໜັກແໜ້ນ. ພະນັກງານ, ນັກຮົບແຕ່ລະຄົນ ລ້ວນແຕ່ຍົກສູງສະຕິລະວັງຕົວ, ເພີ່ມທະວີການສັງເກດ, ການກວດພົບແຕ່ຫົວທີ, ບໍ່ໃຫ້ພາດເປົ້າໝາຍໃດ;  ຕັ້ງໜ້າອົບຮົມຫັດແອບແຜນການຕ່າງໆ, ແກ້ໄຂຢ່າງມີໄຫວພິບ, ຖືກຕາມແຜນນະໂຍບາຍຮັບມື, ຖືກກົດໝາຍ, ເດັດດ່ຽວບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ.

ຮ້ອຍເອກພິເສດ ເລແທ່ງຮຽບ, ກັບຕັນກໍາປັ່ນ 953 ໃຫ້ຮູ້ວ່າ: “ໂດຍປະຕິບັດໜ້າທີ່ປະຈໍາການເວນຍາມປົກປັກຮັກສາອະທິປະໄຕຢູ່ທະເລ, ເພື່ອມຸ່ງ ໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ພະນັກງານ, ນັກຮົບຢູ່ເທິງກໍາປັ່ນ ໄດ້ກໍານົດຄວາມຮັບຜິດຊອບຢ່າງຈະແຈ້ງ, ເພີ່ມທະວີການເວນຍາມ, ສັງເກດການ, ຕັດສິນໃຈຮັກສາອະທິປະໄຕທະເລ, ໝູ່ເກາະໄວ້ຢ່າງໝັ້ນຄົງ, ຮັບປະກັນຄວາມສະຫງົບຢູ່ທ່າມກາງທະເລ. ນີ້ແມ່ນການກະທຳທີ່ແທດຈິງ, ສ້າງຜົນງານຂໍ່ານັບຮັບຕ້ອນເຫດການການເມືອງທີ່ສຳຄັນຍິ່ງຂອງປະເທດ.

ຢູ່ທ່າມກາງມະຫາສະໝຸດອັນກວ້າງໃຫຍ່ໄພສານ, ທຸງຊາດແຕ່ລະຜືນທີ່ປິວສະບັດ, ການເວນຍາມທີ່ງຽບສະຫງົບຂອງພະນັກງານ ແລະນັກຮົບຢູ່ເທິງກໍາປັ່ນເວນຍາມລຳຕ່າງໆຂອງທະຫານເຮືອເຂດ 2 ເປັນການຢືນຢັນເຖິງເຈດຈໍານົງ, ຄຸນທາດ ແລະຈິດໃຈ “ເດັດດ່ຽວສູ້ຮົບ ແລະເດັດຂາດມີໄຊ” ຂອງທະຫານເຮືອ, ບັນດາການກະທຳທີ່ແທດຈິງ, ມີຊີວິດຊີວາເຫຼົ່ານັ້ນ ໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

ໂດຍ: ໄຊຊະນະ