    |
 |
|
ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ ປະຕິບັດພິທີເຄົາລົບທຸງຊາດ. ພາບ: qdnd.vn |
ເຂົ້າຮ່ວມກອງປະຊຸມໃຫຍ່ ມີຜູ້ແທນຈໍານວນ 1.586 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ ກວ່າ 5,6 ລ້ານສະຫາຍ .
ດ້ວຍທິດນໍາ “ສາມັກຄີ-ປະຊາທິປະໄຕ-ລະບຽບວິໄນ-ບຸກທະລຸ-ພັດທະນາ”, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແມ່ນເຫດການທາງດ້ານການເມືອງທີ່ສຳຄັນຍິ່ງ, ມີຄວາມໝາຍຕັດສິນຕໍ່ອະນາຄົດພັດທະນາຂອງປະເທດ ໃນສັກກະລາດໃໝ່. ໃນສະພາບການໂລກ ພວມມີການປ່ຽນແປງຢ່າງວ່ອງໄວ, ເລິກເຊິ່ງ, ຄາດເດົາໄດ້ຍາກ; ພາຍໃນປະເທດພວມຜັນຂະຫຍາຍຢ່າງແຂງແຮງບັນດາແຜນນະໂຍບາຍຍຸດທະສາດສໍາຄັນຍິ່ງ, ບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ XIV ຂອງພັກ ບໍ່ພຽງແຕ່ສະຫຼຸບໄລຍະທາງພັດທະນາໃນ 5 ປີຜ່ານມາ, ກໍານົດເປົ້າໝາຍ, ໜ້າທີ່ໃນ 5 ປີຕໍ່ໜ້າເທົ່ານັ້ນ ຫາກຍັງກໍານົດຈິນຕະນາການທາງຍຸດທະສາດ, ວິໄສທັດ ແລະກໍານົດທິດພັດທະນາປະເທດ ຮອດກາງສະຕະວັດທີ XXI ອີກດ້ວຍ.
    |
 |
|
ບັນດາສະຫາຍການນໍາ, ອະດີດການນໍາພັກ, ລັດ ແລະຜູ້ແທນເຂົ້າຮ່ວມວາລະໄຂກອງປະຊຸມໃຫຍ່. ພາບ: qdnd.vn |
ກອງປະຊຸມໃຫຍ່ XIV ຂອງພັກ ຈະປຶກສາຫາລື, ຮັບຮອງເອົາບັນດາເອກະສານສໍາຄັນ ຄື: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII; ບົດລາຍງານສະຫຼຸບບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບກິດຈະການປ່່ຽນແປງໃໝ່ຕາມທິດສັງຄົມນິຍົມ ໃນ 40 ປີຜ່ານມາຢູ່ຫວຽດນາມ; ບົດລາຍງານສະຫຼຸບ 15 ປີແຫ່ງການປະຕິບັດກົດລະບຽບພັກ (2011-2025) ແລະສະເໜີປັບປຸງ, ເພີ່ມເຕີມກົດລະບຽບພັກ; ບົດລາຍງານທົບທວນຄືນການນໍາພາ, ຊີ້ນໍາຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII. ພ້ອມທັງເລືອກເອົາຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV...
    |
 |
|
ຄະນະປະທານກອງປະຊຸມໃຫຍ່. ພາບ: qdnd.vn |
ກ່ອນໜ້ານັ້ນ, ວັນທີ 19 ມັງກອນ, ທີ່ວາລະກະກຽມກອງປະຊຸມໃຫຍ່, ກອງປະຊຸມໃຫຍ່ ໄດ້ເລືອກເອົາຄະນະປະທານ ລວມມີ 16 ສະຫາຍກໍາມະການກົມການເມືອງ, ເລືອກເອົາກອງເລຂາກອງປະຊຸມໃຫຍ່ ລວມມີ 5 ສະຫາຍ ແລະຄະນະກວດກາຄຸນລັກສະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ລວມມີ 13 ສະຫາຍ. ພ້ອມກັນນັ້ນ, ກອງປະຊຸມໃຫຍ່ ໄດ້ລົງຄະແນນສຽງເຫັນດີເປັນເອກະພາບສູງຮັບຮອງເອົາບົດລາຍງານກວດກາຄຸນລັກສະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໂດຍ ຄະນະກວດກາຄຸນລັກສະນະຜູ້ແທນ ຍື່ນສະເໜີ.
ຕາງໜ້າຄະນະປະທານ, ສະຫາຍ ຟ້າມມິງຈີ໊ງ ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຄວບຄຸມວາລະໄຂກອງປະຊຸມໃຫຍ່.
ສະຫາຍ ເລືອງເກື່ອງ, ກໍາມະການກົມການເມືອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າຄະນະປະທານກອງປະຊຸມໃຫຍ່ ກ່າວສູນທອນພົດໄຂກອງປະຊຸມໃຫຍ່. ໃນນັ້ນຢັ້ງຢືນວ່າ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນເຫດການການເມືອງທີ່ສໍາຄັນຍິ່ງຂອງປະເທດ, ເປັນບາດລ້ຽວທີ່ມີລັກສະນະປະຫວັດສາດ, ມຸ່ງໄປເຖິງການສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3-2-1930 / 3-2-2030), ສຸມໃສ່ສູງສຸດເຈດຈໍານົງ, ຄວາມມຸ່ງມາດປາດຖະໜາ, ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ດ້ວຍຈິດໃຈເປັນເຈົ້າຕົນເອງທາງຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັກກະລາດໃໝ່, ເພື່ອປະເທດຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຄວາມຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງ.
    |
 |
|
ສະຫາຍ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ຕາງໜ້າຄະນະປະທານ ກ່າວສູນທອນພົດໄຂກອງປະຊຸມໃຫຍ່. ພາບ: qdnd.vn |
ສະຫາຍ ເລືອງເກື່ອງ ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ດໍາເນີນໄປໃນສະພາບການໂລກ ແລະພາກພື້ນ ສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ ແລະຄາດເດົາໄດ້ຍາກ; ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດມະຫາອໍານາດ ເພີ່ມຂຶ້ນ; ບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ໂດຍສະເພາະແມ່ນການປ່ຽນແປງຂອງດິນຟ້າອາກາດ ແລະໂລກລະບາດທີ່ນັບມື້ນັບຮ້າຍແຮງ.
ສະຫາຍ ເລືອງເກື່ອງ ຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນກອງປະຊຸມໃຫຍ່ແຫ່ງການເລີ່ມຕົ້ນໃຫ້ແກ່ສັກກະລາດພັດທະນາໃໝ່ຂອງຊາດ, ດ້ວຍທິດນໍາ “ສາມັກຄີ-ປະຊາທິປະໄຕ-ລະບຽບວິໄນ-ບຸກທະລຸ-ພັດທະນາ”, ສະແດງໃຫ້ເຫັນຄຸນນະທາດທີ່ໝັ້ນຄົງ, ເຈດຈໍານົງຕັດສິນໃຈ ແລະຈິດໃຈມະຫາສາມັກຄີຂອງທົ່ວທັງຊາດ ເພື່ອເປົ້າໝາຍກໍ່ສ້າງປະເທດຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຄວາມຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງ.
    |
 |
|
ສະຫາຍເລຂາທິການໃຫຍ່ ໂຕເລິມ ຕາງໜ້າຄະນະປະທານ ສະເໜີບົດລາຍງານກ່ຽວກັບບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່. ພາບ: qdnd.vn |
ທີ່ວາລະໄຂກອງປະຊຸມໃຫຍ່, ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ຕາງໜ້າຄະນະປະທານ ສະເໜີບົດລາຍງານກ່ຽວກັບບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ໃນນັ້ນເນັ້ນໜັກວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນເຫດການການເມືອງສໍາຄັນຍິ່ງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ; ແມ່ນຂີດໝາຍເປີດໄລຍະທາງພັກທະນາໃໝ່ຂອງປະເທດ ໃນສະພາບການ, ສະຖານະການ ແລະເປົ້າໝາຍໃໝ່; ເປັນກອງປະຊຸມໃຫຍ່ແຫ່ງເຈດຈໍານົງເປັນເຈົ້າຕົນເອງທາງຍຸດທະສາດ, ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມພາກພູມໃຈຂອງຊາດ, ຂອງຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນ, ຂອງຄວາມເຊື່ອໝັ້ນທີ່ບໍລິສຸດຢ່າງສະເໝີຕົ້ນສະເໝີປາຍຕໍ່ເສັ້ນທາງ ເຊິ່ງ ພັກ, ລຸງໂຮ່ ແລະປະຊາຊົນເຮົາ ໄດ້ເລືອກເອົາ.
    |
 |
|
ບັນຍາກາດທີ່ວາລະໄຂກອງປະຊຸມໃຫຍ່. ພາບ: qdnd.vn |
ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ດໍາເນີນໄປໃນຈຸດເວລາປະຫວັດສາດທີ່ມີຄວາມໝາຍອັນເລິກເຊິ່ງ: ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ສາມັກຄີ, ເປັນເອກະພາບ, ຕັດສິນໃຈກ້າວຂຶ້ນສູ່ສອງເປົ້າໝາຍຍຸດທະສາດ: ຄົບຮອບ 100 ປີ ປະເທດ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ (1930-2030) ແລະຄົບຮອບ 100 ປີ ແຫ່ງວັນສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປັດຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (1945-2045). ຈາກນັ້ນວາງອອກຄວາມຮຽກຮ້ອງຕ້ອງການ: ຕ້ອງເບິ່ງຄວາມຈິງ, ຕີລາຄາຖືກຕ້ອງສະພາບການ; ຕ້ອງຕັດສິນໃຈປ່ຽນແປງໃໝ່ຈິນຕະນາການ, ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຍົກສູງຄວາມສາມາດບໍລິຫານປະເທດ; ຕ້ອງກະທໍາຢ່າງແຂງແຮງ, ຂ້ຽວຂາດ, ບຸກທະລຸ, ມີປະສິດທິພາບ, ເພື່ອປະເທດຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຄວາມຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງ.
ໂດຍ: ໄຊຊະນະ