leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ນີ້ແມ່ນການພົບປະແລກປ່ຽນກິລາມິດຕະພາບຄັ້ງທຳອິດໃນປີນີ້ລະຫວ່າງສາມອົງການ ແລະແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022. ພ້ອມທັງຢັ້ງຢືນວ່າ ນອກຈາກການພົບປະແລກປ່ຽນກິລາແລ້ວ, ນີ້ຍັງແມ່ນໂອກາດ ເພື່ອໃຫ້ພະນັກງານ, ພາລະກອນຂອງສາມອົງການ ໄດ້ພົບປະແລກປ່ຽນ, ຊອກຮູ້ໂອ້ລົມນໍາກັນ, ຊ່ວຍໃຫ້ການສົມທົບກັນ ກໍ່ຄືຊ່ວຍເຫຼືອເຊິ່ງກັນ ແລະກັນໃນວຽກງານ.

leftcenterrightdel
ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ພະນັກງານ, ພາລະກອນຂອງສາມອົງການ ພົບປະແລກປ່ຽນສິລະປະ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວ ເນັ້ນໜັກວ່າ “ການພົບປະແລກປ່ຽນໄດ້ຢັ້ງຢືນສາຍພົວພັນສະໜິດຕິດພັນ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຢັ້ງຢືນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ, ຂ້າພະເຈົ້າ ເຊື່ອໝັ້ນວ່າ, ນອກຈາກສອງປະເທດພວກເຮົາແລ້ວ, ບໍ່ມີປະເທດໃດສາມາດຈັດຕັ້ງການເຄື່ອນໄຫວທີ່ມີລັກສະນະພິເສດດັ່ງກ່າວໄດ້”. ການແຂ່ງຂັນກິລາປະເພດຕ່າງໆ, ຄື:  ດອກປີກໄກ່, ປິງປັອງ, golf ດ້ວຍຫຼາຍລາຍການແຂ່ງຂັນ, ຄື: ຄູ່ຊາຍ, ຄູ່ປະສົມຍິງ-ຊາຍ...

ໂດຍ: ເຈິ່ນຮວ່ຽນ