ຜູ້ແທນ ສນຊ ເຂົ້າພົບປະຢ້ຽມຢາມການນໍາແຂວງເຊີນລາ
ຄະນະຜູ້ແທນສູນກາງແນວລາວສ້າງຊາດ ແລະແຂວງຫົວພັນ ນໍາໂດຍທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈໍາການ ໄດ້ເຂົ້າພົບປະແລກປ່ຽນບົດຮຽນຮ່ວມກັບການນໍາຂອງແຂວງເຊີນລາ ສສ ຫວຽດນາມ, ໂດຍເປັນກຽດຕ້ອນຮັບຂອງທ່ານ ຫງວຽນແທັງກົງ ຮອງເຈົ້າແຂວງໆເຊີນລາ, ມີບັນດາທ່ານຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ປະທານແນວໂຮມປະເທດຊາດຫວຽດນາມ ແຂວງເຊີນລາ ເຂົ້າຮ່ວມ ໃນວັນທີ 22 ມິຖຸນາ ຜ່ານມານີ້ ທີ່ຫ້ອງວ່າການພັກ ແຂວງເຊີນລາ ສສ ຫວຽດນາມ.
ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ທ່ານ ລໍ່ມີງຮູ່ງ ໄດ້ຕີລາຄາສູງຕໍ່ຄະນະຜູ້ແທນສູນກາງແນວລາວສ້າງຊາດ ແລະຜູ້ແທນແຂວງຫົວພັນ ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງເຊີນລາ ເພື່ອເປັນການເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນດ້ານວິຊາການ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານຕ່າງໆທີ່ມີການພົວພັນ ແລະຮ່ວມມືກັນໃຫ້ເປັນຮູບປະທໍາ. ພ້ອມກັນນັ້ນ, ສອງຝ່າຍຈະສືບຕໍ່ປະສານສົມທົບກັນ ໃນການຊ່ວຍເຫຼືອຊຶ່ງກັນ ແລະກັນ ເປັນຕົ້ນການຮ່ວມມືທາງດ້ານເສດຖະກິດ, ຄວາມຮູ້-ບົດຮຽນຕ່າງໆທີ່ສໍາຄັນ ແລະໜ້າສົນໃຈລະຫວ່າງແຂວງຫົວພັນ ກັບ ແຂວງເຊີນລາ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: sonoivu.sonla.gov.vn. |
ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ທ່ານຮອງເຈົ້າແຂວງໆເຊີນລາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມດຽວກັນນັ້ນ, ກໍໄດ້ລາຍງານຈຸດປະສົງໃນການມາຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້ ເພື່ອເປັນການເພີ່ມທະວີການຮ່ວມມື ການຈັດຕັ້ງປະຕິບັດບັນດາສັນຍາ ແລະຂໍ້ຕົກລົງຕ່າງໆທີ່ຄະນະຜູ້ແທນແຂວງຫົວພັນ ແລະແຂວງເຊີນລາ ໄດ້ເຊັນຮ່ວມກັນໃຫ້ເກີດດອກອອກຜົນ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ຍົກບາງບັນຫາ ເພື່ອປຶກສາຫາລື ແລະແລກປ່ຽນບົດຮຽນນໍາກັນ ໂດຍສະເພາະແມ່ນວຽກງານທາງດ້ານກະສິກໍາ, ການຝຶກອົບຮົມທາງດ້ານວິຊາການໃນການປຸງແຕ່ງ, ການນໍາໃຊ້ປຸ໋ຍ, ການປູກຝັງ-ລ້ຽງສັດ, ການສ້າງໂຮງງານອົບແຫ້ງໝາກລໍາໃຍ, ໂຮງງານເຮັດກະປ໋ອງໝາກມ່ວງ, ໝາກນັດ, ປຸຍ ແລະ ຢາວັກຊິນປ້ອງກັນພະຍາດຂອງສັດລ້ຽງ. ພ້ອມກັນນັ້ນ, ສອງຝ່າຍໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການເຮັດທົດລອງດ້ານກະສິກໍາ ຢູ່ແຂວງຫົວພັນ ກັບແຂວງເຊີນລາ ເພື່ອເປັນຕົວແບບໃນການປູກຝັງລ້ຽງສັດຫັນເປັນທັນສະໄໝ.
ພ້ອມດຽວກັນນັ້ນ, ພາຍຫຼັງສັງລວມບັນດາເນື້ອໃນຕ່າງໆໃນການປຶກສາຫາລືກັນແລ້ວ ທັງສອງຝ່າຍຈະຮ່າງເປັນບົດບັນທຶກຮ່ວມມືລະຫວ່າງສອງແຂວງຫົວພັນ-ເຊີນລາ ຄາດວ່າຈະໄດ້ເຊັນສັນຍາຮ່ວມມືທຸລະກິດໃນເດືອນສິງຫາ ປີ 2022 ນີ້ ຊຶ່ງໄລຍະການຮ່ວມມື ແລະດໍາເນີນການແມ່ນປີ 2022-2024 ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ບັນລຸຕາມຄາດໝາຍ.
ຂ່າວ: ປຊຊ