ໃນການປະຕິບັດງານຄັ້ງນີ້, ຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນຫວຽດນາມ ຈະໜູນຊ່ວຍການຕິດຕັ້ງຊອບແວຫໍສະໝຸດເອເລັກໂຕນິກ, ເວັບໄຊໃຫ້ຫໍສະໝຸດກອງທັບ ແລະກົມວິທະຍາສາດ-ປະຫວັດສາດການທະຫານລາວ; ແນະນໍາການນໍາໃຊ້ຊອບແວຫໍສະໝຸດເອເລັກໂຕນິກ, ເວັບໄຊ; ຝຶກອົບຮົມດ້ານວິຊາການໃຫ້ພະນັກງານ, ພາລະກອນຂອງສອງກົມກອງ, ໃຫ້ຄຳປຶກສາການຈັດຫໍສະໝຸດຢ່າງມີວິທະຍາສາດ, ສົມເຫດສົມຜົນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຫງວຽນທຸ໊ຍກຸ໊ກ.

ກ່າວຄໍາເຫັນທີ່ການພົບປະ, ທ່ານພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນຫວຽດນາມ ທີ່ມາຊ່ວຍເຫຼືອຫໍສະໝຸດກອງທັບປະຊາຊົນລາວ ແລະກົມວິທະຍາສາດ-ປະຫວັດສາດການທະຫານລາວ. ພ້ອມທັງເຊື່ອໝັ້ນວ່າ ການປະຕິບັດງານຂອງຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນຫວຽດນາມ ຈະປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ, ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະກອງທັບ ຫວຽດນາມ-ລາວ. ພິເສດປີ 2022 ແມ່ນປີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ລາວ (05-9-1962 / 05-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977 / 18-7-2022).

leftcenterrightdel
ທ່ານພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລກປ່ຽນກັບຫົວໜ້າຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນຫວຽດນາມ. ພາບ: ຫງວຽນທຸ໊ຍກຸ໊ກ

ຕາງໜ້າຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນຫວຽດນາມ, ທ່ານນາງພັນເອກ ຫງວຽນທຸ໊ຍກຸ໊ກ ຢັ້ງຢືນວ່າ ຫໍສະໝຸດກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນຕໍ່ການໜູນຊ່ວຍຫໍສະໝຸດກອງທັບປະຊາຊົນລາວ, ຄືດັ່ງປະທານໂຮ່ຈີມິນ ໄດ້ສັ່ງສອນໄວ້ "ຊ່ວຍເພື່ອນແມ່ນຊ່ວຍຕົນເອງ".

ໂດຍ: ເຈິ່ນຮວ່ຽນ