ທີ່ກອງປະຊຸມຂ່າວ, ການນຳກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງ), ສະຖາບັນປະຫວັດສາດການທະຫານ ແລະຄະນະໂຄສະນາສຶກສາແຂວງເງະອານ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ, ຄວາມໝາຍ ແລະ ວຽກງານກະກຽມຂອງກອງປະຊຸມສໍາມະນາ. ຕາມນັ້ນແລ້ວ, ກອງປະຊຸມສໍາມະນາແມ່ນເພື່ອແນໃສ່ໄຈ້ແຍກ ແລະ ເຮັດແຈ້ງແນວທາງ, ແຜນນະໂຍບາຍຊີ້ນໍາ, ນໍາພາຂອງກົມໃຫຍ່ການເມືອງ ແລະສູນກາງພັກ ເພື່ອກະກຽມໃຫ້ແກ່ການບຸກໂຈມຕີຍຸດທະສາດປີ 1972 ຢູ່ສະໜາມຮົບຫວຽດນາມ ແລະສົມທົບກັບສອງປະເທດ ລາວ, ກຳປູເຈຍ; ບົດບາດຊີ້ນຳຂອງຄະນະພັກການທະຫານສູນກາງໃນການປົກປັກຮັກສາຖິ່ນຖານຍຸດທະສາດ; ລັກສະນະສະເພາະພິເສດກ່ຽວກັບສິລະປະການທະຫານຂອງຫວຽດນາມ ໃນການກະກຽມ ແລະດໍາເນີນການສູ້ຮົບ; ຈິດໃຈເປັນເຈົ້າການສໍາພັນສູ້ຮົບກັບກຳລັງປະກອບອາວຸດປະຕິວັດລາວ, ຜັນຂະຫຍາຍຈັດຕັ້ງເປີດບັ້ນຮົບຈັ້ງທ່າທົ່ງໄຫຫີນ-ຊຽງຂວາງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: qdnd.vn

ມາຮອດຈຸດເວລານີ້, ສະຖາບັນປະຫວັດສາດການທະຫານ - ອົງການປະຈຳການຄະນະຊີ້ນຳກອງປະຊຸມສໍາມະນາໄດ້ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງ, ທ້ອງຖິ່ນກະກຽມໃຫ້ທຸກດ້ານໃຫ້ເປັນຢ່າງດີ, ພ້ອມແລ້ວທີ່ຈະຈັດຕັ້ງກອງປະຊຸມສຳມະນາຢູ່ນະຄອນ ວີງ, ແຂວງ ເງະອານ ໃນວັນທີ 20 ພຶດສະພາ 2022. ຢູ່ນອກກອງປະຊຸມສໍາມະນາ, ຈະມີພິທີຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ; ຖະຫວາຍທູບທຽນອາໄລຫາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ ແລະ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄອບຄົວນະໂຍບາຍຈຳນວນໜຶ່ງຢູ່ແຂວງ ເງະອານ.

ໂດຍ: ທະນາພອນ