leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ( ສປປ ລາວ). ພາບ: thoidai.com.vn.

ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ແມ່ນໂຄງການທີ່ມີຄວາມໝາຍສໍາຄັນ, ເຊິ່ງໄດ້ເປີດກົງກັບໂອກາດສອງປະເທດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ. ພັກ, ລັດຫວຽດນາມ ແລະລາວ ມອບໃຫ້ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ, ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ  ເປັນເຈົ້າຂອງໂຄງການ. ໂຄງການໄດ້ຮັບການກໍ່ສ້າງໃນເນື້ອທີ່ 3 ເຮັກຕາ ຢູ່ດົງໝາກຄາຍ, ເຊິ່ງແມ່ນເຂດທີ່ໄດ້ຮັບການວາງແຜນກາຍເປັນໃຈກາງຕົວເມືອງໃຫຍ່ຂອງນະຄອນຫຼວງວຽງຈັນ. ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ແມ່ນສັນຍາລັກແຫ່ງນໍ້າໃຈສາມັກຄີແບບພິເສດ, ຄວາມສະໜິດຕິດພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ໂດຍ: ທູຈາງ