ທີ່ການຕ້ອນຮັບ, ທ່ານນາງ ວຽງທອງ ສີພັນດອນ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ສານປະຊາຊົນສູງສຸດລາວ ແລະສານປະຊາຊົນສູງສຸດຫວຽດນາມ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນ. ໃນໄລຍະຈະມາເຖິງ, ສອງອົງການເຫັນດີສືບຕໍ່ເພີ່ມທະວີການຮ່ວມມືເພື່ອຍົກສູງຄຸນນະພາບຖັນແຖວຜູ້ພິພາກສາລາວ. ທ່ານນາງ ວຽງທອງ ສີພັນດອນ ສະເໜີອົງການສານຂອງສອງປະເທດ ສືບຕໍ່ເສີມຂະຫຍາຍບັນດາຜົນການຮ່ວມມືທີ່ບັນລຸໄດ້, ປະກອບສ່ວນຢ່າງແທດຈິງເຂົ້າໃນການສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ - ລາວ (18-7-1977 / 18-7-2022)

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ຊົມເຊີຍສອງອົງການສານຂອງຫວຽດນາມ ແລະ ລາວ ມີການຮ່ວມມືຢ່າງມີປະສິດທິຜົນໃນໄລຍະຜ່ານມາ, ທັງຢູ່ສານປະຊາຊົນສູງສຸດ ແລະ ສານປະຊາຊົນຂັ້ນແຂວງ, ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ ເພື່ອຮັບໃຊ້ພາລະກິດສ້າງສາ ແລະພັດທະນາປະເທດຊາດຂອງແຕ່ລະປະເທດ, ໜຶ່ງໃນບັນດາໜ້າທີ່ສຳຄັນແມ່ນການປະຕິຮູບດ້ານຕຸລາການ. ຫວຽດນາມ ໄດ້ດຳເນີນການປະຕິຮູບດ້ານຕຸລາການມາແຕ່ດົນ, ໂດຍຖືເອົາສານເປັນໃຈກາງ, ຍ້ອນເຫດນັ້ນຈຶ່ງກໍ່ສ້າງປັບປຸງອົງການຕຸລາການໄດ້ ໂດຍສະເພາະແມ່ນລະບົບສານ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນທິດສະດີ, ບົດຮຽນ, ພຶດຕິກຳຕົວຈິງໃຫ້ເພື່ອນມິດລາວ ເພື່ອພ້ອມກັນຍົກສູງຄຸນນະພາບການເຄື່ອນໄຫວຂອງສານສອງປະເທດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງອົງການສານຂອງສອງປະເທດຈະນຳມາເຊິ່ງຜົນປະໂຫຍດລະອຽດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງແຕ່ລະປະເທດ ກໍ່ຄືປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ ກວ່າອີກ.

ໂດຍ: ທະນາພອນ