ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ຢືນຢັນວ່າ ການຮ່ວມມືດ້ານການສຶກສາ ແລະກໍ່ສ້າງ, ວິທະຍາສາດ ເຕັກໂນໂລຢີ ແມ່ນພົ້ນເດັ່ນທີ່ສຸດໃນການພົວພັນມິດຕະພາບນີ້. ໃນນັ້ນ, ສອງຝ່າຍມີແຜນຮ່າງ “ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021 – 2030”.

leftcenterrightdel
ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຕ້ອນຮັບລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ. ພາບ: giaoducthoidai.vn

ທ່ານລັດຖະມົນຕີ ຫງວຽນກິມເຊີນ ເນັ້ນໜັກວ່າ: ຄວາມຮັບຜິດຊອບຂອງພວກເຮົາໃນ 10 ປີຂ້າງໜ້າແມ່ນປະຕິບັດແຜນຮ່າງໃຫຍ່ນີ້ໃຫ້ດີ"  ແລະໃຫ້ຮູ້ວ່າ ໃນເດືອນ ກັນຍາ ປີ 2022, ສອງປະເທດອາດຈະລົງນາມໃນອະນຸສັນຍາ, ຜ່ານນັ້ນຈະມີວຽກງານຫຼາຍຢ່າງທີ່ສອງຝ່າຍຕ້ອງສົມທົບກັນເປັນຢ່າງດີ...

ແບ່ງປັນກັບທ່ານລັດຖະມົນຕີ ຫງວຽນກິມເຊີນ ກ່ຽວກັບບາງໜ້າທີ່ໃຫຍ່ ເຊິ່ງລັດຖະບານມອບໝາຍໃຫ້ກະຊວງສຶກສາທິການ ແລະກິລາລາວ ຜັນຂະຫຍາຍ, ໃນນັ້ນມີການສ້າງວັດຈະນານຸກົມພາສາລາວ, ທ່ານລັດຖະມົນຕີ ພຸດ ສິມມາລາວົງ ປາດຖະໜາວ່າ ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຈະສະໜອງຊ໊ອບແວວັດຈະນານຸກົມຫວຽດນາມ - ລາວ, ລາວ - ຫວຽດນາມ ເພື່ອທາບທາມ ແລະຂຸດຄົ້ນໃນວິວັດການສ້າງວັດຈະນານຸກົມພາສາລາວ.

ກ່ຽວກັບບັນຫານີ້, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໃຫ້ຮູ້ວ່າ: ຊ໊ອບແວວັດຈະນານຸກົມ ຫວຽດນາມ - ລາວ, ລາວ - ຫວຽດນາມ ຈະສົ່ງໃຫ້ຝ່າຍລາວ ໃນສອງສາມມື້ຕໍ່ໜ້າ ເພື່ອໃຫ້ຝ່າຍລາວ ພິມ ແລະນໍາໃຊ້ຕາມຄວາມຕ້ອງການຕົວຈິງ.

ປີ 2022 ເປັນຂີດໝາຍ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ, ໃນຂົງເຂດການສຶກສາຈະຈັດຕັ້ງຫຼາຍກິດຈະກໍາເພື່ອສະເຫຼີມສະຫຼອງ 2 ເຫດການສຳຄັນ ຄື: ຈັດງານວາງສະແດງການສຶກສາຫວຽດນາມ ຢູ່ ລາວ ຄາດວ່າດໍາເນີນໃນເດືອນກັນຍາ;  ຕ້ອນຮັບຄະນະນັກສຶກສາລາວ 100 ຄົນ ມາຢ້ຽມຢາມຫວຽດນາມ... ລັດຖະມົນຕີທັງສອງທ່ານ ໃຫ້ຮູ້ວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວດັ່ງກ່າວໃຫ້ດີທີ່ສຸດ.

ໂດຍ: ທະນາພອນ