leftcenterrightdel
ແຟນກິລາຫວຽດນາມ ຫຼາຍພັນຄົນລະດົມກໍາລັງໃຈ U.23 ລາວ. ພາບ: ເລິມຖວາ.

ທຸກຄົນຖືທຸງຊາດຫວຽດນາມ, ທຸງຊາດປະເທດເພື່ອນລາວ ແລະລະດົມກໍາລັງໃຈຢ່າງຟົດຟື້ນເມື່ອ U.23 ລາວ ແຂ່ງຂັນ. ເຖິງວ່າເປັນທີມຂຶ້ນນຳດ້ວຍ 2 ປະຕູກໍ່ຕາມ, ແຕ່ໃນໄລຍະທົດແທນເວລາ U.23 ສິງກະໂປ ຍິງໄດ້ 2 ປະຕູ, ຜົນປະກົດວ່າສອງທີມສະເໝີກັນດ້ວຍ 2-2 ປະຕູ. ໃນນັດແຂ່ງຂັນທີ່ດໍາເນີນຫຼັງຈາກນັ້ນ, U.23 ມາເລເຊຍ ໄດ້ຊະນະ U.23 ໄທ ດ້ວຍ 2-1 ປະຕູ, ນໍາໜ້າກຸ່ມ B. ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ແຂວງກວາງນິງ, ທີມຊາດຫວຽດນາມ ຊະນະທີມຊາດຟີລິບປິນ ດ້ວຍ 2-0 ປະຕູ ທີ່ການແຂ່ງຂັນໂຍນບານຢູ່ຫາດຊາຍທະເລຊາຍ.

ໂດຍ: ຈາງຫງວຽນ