ຜ່ານການສຳຫຼວດເສັ້ນຊາຍແດນທັງໝົດທີ່ຕິດກັບແຂວງເຊີນລາ ແລ້ວ, ໄດ້ເຫັນດີຜັນ ຂະຫຍາຍການກໍ່ສ້າງຫ້ອງການ ປກສ 51 ແຫ່ງຢູ່ 5 ເມືອງຂອງແຂວງຫົວພັນ ແລະ ຫຼວງພະບາງ. ຫ້ອງການ ປກສ ບ້ານຫ້ວຍກູ້, ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 27 ພະຈິກ 2021 ມາຮອດປະຈຸບັນໄດ້ສຳເລັດ ແລະ ພ້ອມແລ້ວທີ່ຈະເປີດນໍາໃຊ້.

leftcenterrightdel
ພິທີຕັດແຖບຜ້າເປີດນໍາໃຊ້ຫ້ອງການ ປກສ ບ້ານຫ້ວຍກູ້, ເມືອງແອດ, ແຂວງຫົວພັນ. ພາບ: cand.com.vn

ພ້ອມກັບການກໍ່ສ້າງ, ມອບຫ້ອງການ ປກສ ໃຫ້ ປກສ ບ້ານຫ້ວຍກູ້ ແລ້ວ, ໃນໄລຍະຈະມາເຖິງ, ຕໍາຫຼວດແຂວງເຊີນລາ ຈະສືບຕໍ່ສົມທົບກັບກໍາລັງກອງບັນຊາການ ປກສ ແຂວງຫົວພັນ ປະຕິບັດວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໃຫ້ດີກວ່າອີກ. ປະຕິບັດການຕໍ່ສູ້, ຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນອາດຊະຍາກຳຄ້າຂາຍຢາເສບຕິດຂ້າມຊາດທີ່ສວຍໃຊ້ພູມີປະເທດຂອງລາວ ແລະຫວຽດນາມ ເຂົ້າໃນການເຄື່ອນໄຫວ, ປະກອບສ່ວນຮັກສາຄວາມສະຫງົບສຸກຂອງປະຊາຊົນສອງປະເທດ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານຂອງສອງປະເທດ ຫວຽດນາມ - ລາວ.

ໂດຍ: ທະນາພອນ