ວັນທີ 19 ມັງກອນ, ຕາມຂໍ້ມູນຈາກກອງບັນຊາການຕໍາຫຼວດແຂວງກວາງບິ່ງ ແລ້ວ, ທາງກົມກອງຫາກໍ່ດໍາເນີນການມອບຮັບຫ້ອງການປ້ອງກັນຄວາມສະຫງົບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບບັນດາບ້ານຂອງເມືອງບົວລະພາ (ແຂວງຄໍາມ່ວນ).

leftcenterrightdel
ກອງບັນຊາການຕໍາຫຼວດແຂວງກວາງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ຕັດແຖບຜ້າເປີດນໍາໃຊ້ທີ່ພິທີມອບຮັບ. ພາບ: giaoducthoidai.vn

ຕາມນັ້ນແລ້ວ, ຫ້ອງການປ້ອງກັນຄວາມສະຫງົບຂອງ 9 ບ້ານສັງກັດເມືອງບົວລະພາ, ແຂວງຄໍາມ່ວນຢູ່ເຂດຊາຍແດນຫວຽດນາມ-ລາວ ແມ່ນກິດຈະການທີ່ຕໍາຫຼວດແຂວງກວາງບິ່ງ ຜັນຂະຫຍາຍ ແລະກໍ່ສ້າງສໍາເລັດໄວທີ່ສຸດເມື່ອທຽບໃສ່ບັນດາແຂວງອື່ນຂອງຫວຽດນາມ ທີ່ມີຊາຍແດນຕິດກັບ ສປປ ລາວ. ນີ້ແມ່ນກິດຈະການໂດຍກອງບັນຊາການຕໍາຫຼວດແຂວງກວາງບິ່ງ ໜູນຊ່ວຍກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມວ່ນ, ຕາມແຜນນະໂຍບາຍຂອງກະຊວງຕໍາຫຼວດຫວຽດນາມ.

leftcenterrightdel
ການນໍາກອງບັນຊາການຕໍາຫຼວດແຂວງກວາງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ລົງນາມບົດບັນທຶກມອບຮັບຫ້ອງການປ້ອງກັນຄວາມສະຫງົບ. ພາບ: giaoducthoidai.vn

ເລື່ອງເປີດນໍາໃຊ້, ມອບຮັບຫ້ອງການປ້ອງກັນຄວາມສະຫງົບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບບັນດາບ້ານຂອງແຂວງຄໍາມ່ວນ ທີ່ມີຊາຍແດນຕິດກັບແຂວງກວາງບິ່ງ ແມ່ນມີຄວາມໝາຍແທດຈິງ, ສະແດງໃຫ້ເຫັນການພົວພັນພິເສດລະຫວ່າງສອງປະເທດ ເວົ້າລວມ, ລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ ແລະພິເສດແມ່ນລະຫວ່າງກອງບັນຊາການຕໍາຫຼວດແຂວງກວາງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ.

ພ້ອມກັນນັ້ນ, ນີ້ກໍ່ແມ່ນຂີດໝາຍສໍາຄັນໃໝ່ໃນການພົວພັນສາມັກຄີມິດຕະພາບ, ປະກອບສ່ວນຮັດແໜ້ນການພົວພັນສົມທົບກັນລະຫວ່າງສອງຝ່າຍ ໃນວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ໃນບໍລິເວນຊາຍແດນ.

ໂດຍ: ໄຊຊະນະ