ຕາງໜ້າການນໍາແຂວງ, ທ່ານ ຫງວຽນແທັງບິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງແຂວງສາລະວັນ ຕໍ່ກັບປະຊາຊົນແຂວງເທື່ອທຽນເຫວ້, ຮັດແໜ້ນສາຍພົວພັນມິດຕະພາບ, ສະແດງໃຫ້ເຫັນນໍ້າໃຈສາມັກຄີຫວຽດນາມ-ລາວ ເວົ້າລວມ ແລະແຂວງເທື່ອທຽນເຫວ້ ກັບແຂວງສາລະວັນ ເວົ້າສະເພາະ, ປະກອບສ່ວນຮັກສາສະຖຽນລະພາບ, ຄວາມປອດໄພຢູ່ເຂດຊາຍແດນຂອງສອງປະເທດໄວ້ໃຫ້ໝັ້ນຄົງ.

leftcenterrightdel
ທ່ານ ຫງວຽນແທັງບິ່ງ ຮອງປະທານຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້ ມອບຂອງຂວັນ ແລະຖ່າຍຮູບທີ່ລະນຶກກັບການນໍາແຂວງສາລະວັນ. ພາບ: thuathienhue.gov.vn.

ການນໍາສອງທ້ອງຖິ່ນປາດຖະໜາວ່າ ໃນໄລຍະຈະມາເຖິງແຂວງເທື່ອທຽນເຫວ້ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບແຂວງສາລະວັນ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ເພີ່ມທະວີການຮ່ວມມືດ້ານການເມືອງ, ການພົວພັນຕ່າງປະເທດ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ.

ໂດຍ: ທູຈາງ