ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລື, ເປັນເອກະພາບ, ຫັນບັນດາຄໍາເຫັນ, ຂໍ້ສະຫຼູບຂອງກົມການເມືອງ ແລະຂໍ້ຕົກລົງແຜນການຮ່ວມມືລະຫວ່າງສອງປະເທດປີ 2022 ເປັນລະອຽດ, ເຫັນດີເປັນເອກະພາບຈັດຕັ້ງຜັນຂະຫຍາຍການປະຕິບັດຢ່າງຂ້ຽວຂາດ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ຄື: ການເມືອງ, ການພົວພັນຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຄັ້ງທີ 44 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການພົວພັນລະຫວ່າງສອງປະເທດ, ສອງຝ່າຍຕີລາຄາສູງກ່ຽວກັບຜົນການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນປີ 2022. ສອງຝ່າຍໄດ້ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ ແລະຂໍ້ຕົກລົງຂອງກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງມີປະສິດທິຜົນ. ການຮ່ວມມືທາງດ້ານການເມືອງ, ການພົວພັນຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາສັງຄົມ, ການພົບປະແລກປ່ຽນປະຊາຊົນນັບມື້ນັບໄດ້ຮັບການເພີ່ມທະວີ ແລະພັດທະນາຢ່າງເລິກເຊິ່ງກວ້າງຂວາງ.

ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສຸມໃສ່ປະຕິບັດຖະແຫຼງການຮ່ວມ, ຂໍ້ຕົກລົງລະຫວ່າງກົມການເມືອງສອງປະເທດ ແລະຂໍ້ຕົກລົງອື່ນໆ, ໃນນັ້ນມີຂໍ້ຕົກລົງທີ່ໄດ້ຮັບການລົງນາມໃນກອງປະຊຸມຄັ້ງນີ້; ຊຸກຍູ້ການພົວພັນດ້ານການເມືອງ-ການຕ່າງປະເທດ-ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ-ການລົງທຶນ-ການຄ້າ. ເປີດກວ້າງການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດ, ລົງທຶນເຂົ້າໂຄງການພື້ນຖານໂຄງລ່າງໂທລະຄົມມະນາຄົມທີ່ເຊື່ອມຈອດສອງປະເທດ, ຮ່ວມມືຄຸ້ມຄອງ ແລະນໍາໃຊ້ແຫຼ່ງຊັບພະຍາກອນນໍ້າ ແລະຊັບພະຍາກອນທໍາມະຊາດອຶື່ນອີກ...

ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022”, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ໃນປີ 2022. ສົ່ງເສີມບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດເປີດກວ້າງການພົວພັນ, ໜູນຊ່ວຍເຊິ່ງກັນ ແລະກັນ. ບົນຈິດໃຈໄວ້ເນື້ອເຊື່ອໃຈກັນ, ສອງປະເທດສະໜັບສະໜູນ ແລະຮ່ວມມືໃນບັນດາອົງການຈັດຕັ້ງ, ເວທີປາໄສສາກົນ ແລະພາກພື້ນເປັນຢ່າງດີ .

leftcenterrightdel
ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ແລະນາຍົກລັດຖະມົນຕີລາວ ພັນຄໍາ ວິພາວັນ. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍທິດນໍາປ່ຽນແປງໃໝ່, ກະທໍາຢ່າງຂ້ຽວຂາດ, ພາຍຫຼັງກອງປະຊຸມຄັ້ງນີ້, ລັດຖະບານຫວຽດນາມ  ຈະຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ, ພາກສ່ວນທີ່ກ່ຽວຂ້ອງ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືຂອງລາວ ຜັນຂະຫຍາຍໃນທັນທີ ແລະປະຕິບັດບັນດາຄໍາໝັ້ນສັນຍາທີ່ກອງປະຊຸມຢ່າງມີປະສິດທິຜົນ. ລັດຖະບານລາວ ກໍ່ວາງຄາດໝາຍສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ວິສາຫະກິດຫວຽດນາມຜະລິດ, ດໍາເນີນທຸລະກິດຢູ່ລາວ.

ພາຍຫຼັງກອງປະຸຊມ, ນາຍົກລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມ, ແລກປ່ຽນເອກະສານຮ່ວມມືລະຫວ່າງລັດຖະບານ ແລະບັນດາກະຊວງ, ຂະແໜງການ, ອົງການ, ວິສາຫະກິດສອງປະເທດ 9 ສະບັບ.

ໂດຍ: ທູຈາງ