ທີ່ການຢ້ຽມຢາມ, ທ່ານ ເລືອງຫງວຽນມິງຈ໊ຽດ ໄດ້ສົ່ງຄໍາອວຍພອນອັນປະເສີດ ມາຍັງຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈໍາດ່ານັ້ງ ແລະປະຊາຊົນລາວ ທຸກຖ້ວນໜ້າເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ທີ 2 ທັນວາ ຄົບຮອບ 46 ປີ ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ.

leftcenterrightdel
ການນໍານະຄອນດ່ານັ້ງ ມອບດອກໄມ້ອວຍພອນຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍາດ່ານັ້ງ. ພາບ: ແທງຖຸຍ.

ທ່ານ ເລືອງຫງວຽນມິງຈ໊ຽດ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ເຊິ່ງປະຊາຊົນ ລາວ ບັນດາເຜົ່າ ບັນລຸໄດ້ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດ ລາວ, ປັດຈຸບັນ, ຖານະບົດບາດ ແລະທີ່ຕັ້ງຂອງລາວ ກໍາລັງນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ພາລະກິດພັດທະນາເສດຖະກິດ-ສັງຄົມ ໄດ້ ແລະກໍາລັງບັນລຸໄດ້ໝາກຜົນທີ່ເປັນໜ້າສົ່ງເສີມ.

ສ່ວນທ່ານ ວຽງໄຊ ພົມມະຈັນ ກໍ່ສະແດງຄວາມຂອບໃຈຢ່າງຈິງໃຈ ແລະເລິກເຊິ່ງ ດ້ວຍອາລົມຈິດອັນດີງາມ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ໄດ້ ແລະກໍາລັງສະຫງວນໃຫ້ແກ່ພັກ, ລັດ ແລະປະຊາຊົນລາວ, ພິເສດແມ່ນການສະໜັບສະໜູນ, ການຊ່ວຍເຫຼືອໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ.

ທ່ານ ວົງໄຊ ພົມມະຈັນ ຢັ້ງຢືນວ່າ ທ່ານ ຈະພ້ອມກັບພະນັກງານ, ພາລະກອນ ສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍານະຄອນດ່ານັ້ງ ຈະມານະພະຍາຍາມ ຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນເພີ່ມພູນຄູນສ້າງນໍ້າ ໃຈສາມັກຄີມິດຕະພາບພິເສດຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.

ໂດຍ: ໄຊຊະນະ