ກ່າວຄໍາເຫັນທີ່ພິທີມອບ-ຮັບ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໃຫ້ຮູ້ວ່າ ນີ້ແມ່ນຄວາມພະຍາຍາມທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ, ຂອງພັກ ແລະລັດຫວຽດນາມ ຕໍ່ກັບປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ເວົ້າລວມ ແລະໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ເວົ້າສະເພາະ. ທ່ານ ຫງວຽນບ໊າຮຸ່ງ ຫວັງວ່າ ຈໍານວນຂອງຂວັນນີ້ຈະໄດ້ນໍາໃຊ້ໃຫ້ມີປະສິດທິຜົນ, ໜູນຊ່ວຍໃຫ້ແກ່ຄູ-ອາຈານ, ນັກຮຽນໃນການສອນ, ການຮຽນເປັນຢ່າງດີ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ມອບຂອງຂວັນຂອງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໃຫ້ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ສະຖານທູດຫວຽດນາມ ປະຈໍາ ລາວ ຍາມໃດກໍຮ່ວມເດີນທາງ, ສະໜັບສະໜູນເພື່ອໃຫ້ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ບັນລຸໄດ້ຜົນງານສູງກວ່າໃນໄລຍະຈະມາເຖິງ, ປະກອບສ່ວນກໍ່ສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນແບບຢ່າງຂອງຊາວຫວຽດນາມ ອາໄສຢູ່ ລາວ.  

ຕາງໜ້າໃຫ້ຄູ-ອາຈານ ແລະນັກຮຽນ, ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການໂຮງຮຽນ ໄດ້ກ່າວຄໍາຂອບໃຈມາຍັງກະຊວງສຶກສາ ແລະກໍ່ສ້າງ ແລະສະຖານທູດຫວຽດນາມ ປະຈໍາລາວ, ທ່ານນາງ ເນັ້ນໜັກວ່າຂອງຂວັນດັ່ງກ່າວເຖິງວ່າມູນຄ່າບໍ່ຫຼາຍກໍ່ຕາມ, ແຕ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ, ຂອງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ, ບັນດາອົງການ, ຄະນະ, ຂະແໜງການ ແລະອົງການຈັດຕັ້ງມະຫາຊົນຂອງຫວຽດນາມ ຕໍ່ກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະຄູ-ອາຈານໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ເວົ້າສະເພາະ.

ໂດຍ: ໄຊຊະນະ