ເຂົ້າຮ່ວມພິທີ, ຝ່າຍ Vietcombank ລາວ ມີທ່ານ ຫງວຽນແທ່ງໂດ ຜູ້ອໍານວຍການໃຫຍ່, ທ່ານ Willey Khotnhotha ຮອງຜູ້ອໍານວຍການໃຫຍ່ ພ້ອມກັບຜູ້ຕາງໜ້າບັນດາຫ້ອງການ, ພະແນກການຂອງ Vietcombank ລາວ. ສ່ວນຝ່າຍ AEON ລາວ ມີທ່ານ Kunio Kawamura ຜູ້ອໍານວຍການບໍລິຫານ, ທ່ານ Hoshiaki Takahashi ຮອງຜູ້ອໍານວຍການ ແລະຜູ້ຕາງໜ້າບາງຫ້ອງການຂອງ AEON ລາວ.

leftcenterrightdel
ທ່ານ ຫງວຽນແທ່ງໂດ ຜູ້ອໍານວຍການໃຫຍ່ Vietcombank ລາວ ແລະທ່ານ Kunio Kawamura ຜູ້ອໍານວຍການບໍລິຫານ AEON ລາວ ດໍາເນີນພິທີການລົງນາມ. ພາບ: tapchitaichinh.vn.

ກຸ່ມບໍລິສັດ AEON (AEON GROUP) ແມ່ນກຸ່ມບໍລິສັດດໍາເນີນທຸລະກິດຂາຍຍ່ອຍໃຫຍ່ຂອງຍີ່ປຸ່ນ ທີ່ໄດ້ເຄື່ອນໄຫວມາເປັນເວລາກວ່າ 200 ປີ, ເຄື່ອນໄຫວໃນຫຼາຍຂົງເຂດ ຄື ຮ້ານການຄ້າ, ຮ້ານສັບພະສິນຄ້າ, ບໍລິການດ້ານການເງິນ... ຢູ່ຫຼາຍປະເທດ. AEON ລາວ ແມ່ນສະມາຊິກຂອງ AEON GROUP ແລະໄດ້ຮັບການສ້າງຕັ້ງແຕ່ປີ 2018, ມີການພົວພັນຄູ່ຮ່ວມມືກັບກວ່າ 200 ຫົວໜ່ວຍໃນທົ່ວປະເທດ ແລະສະໜອງການບໍລິການດ້ານການເງິນໃຫ້ບຸກຄົນ, ບັນດາຊອງບໍລິການຈ່າຍຜ່ອນ.

ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານ ຫງວຽນແທ່ງໂດ ໃຫ້ຮູ້ວ່າ Vietcombank ແມ່ນໜຶ່ງໃນບັນດາທະນາຄານການຄ້າໃຫຍ່ທີ່ສຸດຢູ່ຫວຽດນາມ. ຜ່ານການເຄື່ອນໄຫວມາເປັນເວລາເກືອບ 60 ປີ, Vietcombank ໄດ້ຮັບການຄັດເລືອກຈາກບັນດາອົງການຈັດຕັ້ງທີ່ມີອິດທິພົນຊື່ສຽງໃນໂລກ ວ່າແມ່ນ “ທະນາຄານດີທີ່ສຸດຢູ່ຫວຽດນາມ”, ຍາມໃດກໍ່ແມ່ນການຄັດເລືອກແຖວໜ້າຂອງບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ພາຍໃນປະເທດ ແລະສາກົນ.

ຕາງໜ້າ AEON ລາວ, ທ່ານ Kunio Kawamura ຢັ້ງຢືນວ່າ ສັນຍາສິນເຊື່ອທີ່ໄດ້ລົງນາມແມ່ນໝາກຜົນຂອງບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຈາກສອງຝ່າຍ, ປະກອບສ່ວນສ້າງປະຖົມປັດໄຈໃຫ້ບັນດາບາດກ້າວພັດທະນາກະໂດດຂັ້ນໃນໄລຍະຈະມາເຖິງ ກໍ່ຄື ຊ່ວຍຂຸດຄົ້ນຄວາມສາມາດບົ່ມຊ້ອນຢ່າງແຮງຂອງສອງກົມກອງ.

ໂດຍ: ຈາງຫງວຽນ