ເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກກັບບັນດາກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນລາວ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະປ້ອງກັນຊາຍແດນ, ກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ໄດ້ມອບວັດຖຸອຸປະກອນການແພດ, ຢຸກຢາໃຫ້ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ.

leftcenterrightdel
ການນໍາກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ແລະກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ວັດຖຸອຸປະກອນການແພດດັ່ງກ່າວ ລວມມີ: ເຄື່ອງ test ໄວໂຄວິດ-19, ຊຸດປ້ອງກັນໂຄວິດ-19, ຜ້າອັດປາກ-ອັດດັງ, ຖົງມືການແພດ, ເຈວລ້າງມື, ແວ່ນຕາກັນໂຄວິດ-19 ພ້ອມຢຸກຢາການແພດຈໍານວນໜຶ່ງ ລວມມູນຄ່າ 600 ກວ່າລ້ານດົ່ງ.

leftcenterrightdel
ພັນເອກພິເສດ ຈິ້ງແທງບິ່ງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ມອບວັດຖຸອຸປະກອນການແພດ, ຢຸກຢາໃຫ້ແກ່ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ. ພາບ: ຫງອັກຮວ່າ.

ທີ່ພິທີມອບຮັບ, ກໍາລັງຂອງສອງຝ່າຍໄດ້ແລກປ່ຽນກ່ຽວກັບວຽກງານສົມທົບກັນປ້ອງກັນຊາຍແດນ ກໍຄືສະພາບພະຍາດໂຄວິດ-19, ບົດຮຽນປ້ອງກັນ, ຕ້ານ ແລະປ້ອງກັນຄວາມປອດໄພໃຫ້ກໍາລັງຕໍ່ໜ້າສະພາບພະຍາດໂຄວິດ-19. ພ້ອມທັງແຈ້ງໃຫ້ກັນຊາບກ່ຽວກັບສະພາບຄວາມໝັ້ນຄົງ, ການເມືອງ, ເສດຖະກິດ, ສັງຄົມ, ການເຄື່ອນໄຫວຂອງອາດຊະຍາກໍາ, ໂດຍສະເພາະແມ່ນອາດຊະຍາກໍາຢາເສບຕິດ ກໍຄືການຜັນແປຂອງພະຍາດໂຄວິດ-19 ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານ ແລະປົກປັກຮັກສາຊາຍແດນໃນໄລຍະຈະມາເຖິງ.

ໂດຍ: ກວຽດເຕິມ