leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຖ໊ັງ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ຢັ້ງຢືນວ່າ ບົດຮຽນ ແລະຄໍາເຫັນປະກອບທີ່ກອງປະຊຸມສໍາມະນາແລກປ່ຽນທິດສະດີແມ່ນແທດຈິງທີ່ສຸດ, ຢັ້ງຢືນບົດບາດນໍາພາ, ແຜນນະໂຍບາຍ, ແນວທາງທີ່ຖືກຕ້ອງຂອງສອງພັກ, ສອງລັດ, ປະກອບສ່ວນປ່ຽນແປງໃໝ່ຄວາມຮັບຮູ້ແນວຄິດ, ທິດສະດີ, ເຮັດແຈ້ງບັນຫາທິດສະດີ ແລະພຶດຕິກໍາຕົວຈິງອັນຮີບດ່ວນທີ່ກໍາລັງວາງອອກໃນກິດຈະການປ່ຽນແປງໃໝ່ຢູ່ແຕ່ລະປະເທດ. ໃນໄລຍະ 2016-2021, ສອງພັກໄດ້ສົມທົບກັນຈັດຕັ້ງສໍາເລັດຫຼາຍຊຸດບໍາລຸງ-ກໍ່ສ້າງໃຫ້ພະນັກງານການນໍາ, ຄຸ້ມຄອງໃຫ້ລະບົບການເມືອງຂອງລາວ.

ສ່ວນທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ, ປະທານສະພາທິດສະດີສູນກາງພັກ ປະຊາຊົນ ປະຕິວັດລາວ ຕີລາຄາວ່າ ວິວັດການຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງສອງຝ່າຍໄລຍະ 2016-2021 ມີຄວາມແໜ້ນແຟ້ນ, ທັນການ; ເປັນເອກະພາບກ່ຽວກັບທິດທາງການຮ່ວມມືຂອງສອງພັກ ໃນໄລຍະ 2021-2026 ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ.

ໂດຍ: ດັ້ງເກື່ອງ