ນີ້ແມ່ນຄໍາຢັ້້ງຢືນຂອງທ່ານ ຄໍາຂັນ ຈັນທະວີສຸກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ເມື່ອພ້ອມກັບບັນດາພະນັກງານຫຼັກແຫຼ່ງຂອງແຂວງມາອວຍພອນທີ່ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາແຂວງຫຼວງພະບາງ ໃນວັນທີ 30 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ສສ ຫວຽດນາມ (2-9-1945 / 2-9-2021).

leftcenterrightdel
ບັນຍາກາດທີ່ການຕ້ອນຮັບທ່ານ ຄໍາຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ ທີ່ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາແຂວງຫຼວງພະບາງ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຄໍາຂັນ ຈັນທະວີສຸກ ໃຫ້ຮູ້ວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ ບໍ່ພຽງແຕ່ແມ່ນການພົວພັນລະຫວ່າງສອງຊາດເທົ່ານັ້ນຫາກຍັງແມ່ນຄວາມສະໜິດຕິດພັນລະຫວ່າງສອງປະເທດ, ລະຫວ່າງບັນດາສາຫາຍປະຕິວັດທີ່ເຄີຍຮ່ວມທຸກຮ່ວມສຸກນຳກັນອີກດ້ວຍ. ທ່ານ ຄໍາຂັນ ຈັນທະວີສຸກ ຕີລາຄາສູງຄວາມມານະພະຍາຍາມຮັບມືກັບພະຍາດຂອງຫວຽດນາມ, ທ່ານຢັ້ງຢືນວ່າ ພັກ ແລະລັດຫວຽດນາມ ໄດ້ມີການຊີ້ນໍາຢ່າງຂ້ຽວຂາດເພື່ອແນໃສ່ເພີ່ມທະວີວຽກງານປ້ອງກັນ, ຕ້ານພະຍາດ, ເບິ່ງແຍງດຸແລເຖິງການດໍາລົງຊີວິດ, ຮັບປະກັນສຸຂະພາບໃຫ້ປະຊາຊົນໄປຄຽງຄູ່ກັບການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ.

ທ່ານ ຫງວຽນດັງຮຸ່ງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາແຂວງຫຼວງພະບາງ ໄດ້ຂອບໃຈ ແລະສະແດງຄວາມປິຕິຊົມຊື່ນຕໍ່ການເອົາໃຈໃສ່ຂອງທ່ານ ຄໍາຂັນ ຈັນທະວີສຸກ; ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງສອງພັກ, ສອງລັດ, ການພົວພັນຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງຈົບງາມ, ປະຕິບັດຖືກຕາມທິດນໍາສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຄືການນໍາຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ.

ໂດຍ: ກວຽດເຕິມ