leftcenterrightdel
ພາບປະກອບຈາກ nhandan.vn.

ການພົບປະ ໄດ້ສຸມໃສ່ແລກປ່ຽນບົດຮຽນທີ່ກ່ຽວຂ້ອງເຖິງວຽກງານຮັບປະກັນ, ຄຸ້ມຄອງການເງິນໃນກອງທັບ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນບົນຈິດໃຈສາມັກຄີມິດຕະພາບ, ພ້ອມກັນແລກປ່ຽນເພື່ອເປັນເສນາທິການ, ສະເໜີໃຫ້ການນໍາກະຊວງປ້ອງກັນປະເທດສອງປະເທດ ເພີ່ມທະວີຄວາມສາມາດຮັບປະກັນວຽກງານການເງິນໃຫ້ແກ່ການປະຕິບັດບັນດາໜ້າທີ່, ພ້ອມທັງຊຸກຍູ້ການແລກປ່ຽນບົດຮຽນກ່ຽວກັບວຽກງານຄຸ້ມຄອງການເງິນ, ປະກອບສ່ວນປະຕິບັດໜ້າທີ່ຂອງຂະແໜງການເງິນເປັນຢ່າງດີ, ຍົກສູງປະສິດທິຜົນການໃຊ້ຈ່າຍ, ເປັນຕົ້ນແມ່ນໃນປີ 2022 ເມື່ອສອງປະເທດຈັດຕັ້ງຫຼາຍກິດຈະກຳສໍາຄັນໃນຂອບເຂດ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ.

ໂດຍ: ຈາງຫງວຽນ