ກ່າວຄໍາເຫັນທີ່ພິທີ, ທ່ານ ດວ່ານງອັກເລິມ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງກວ໋າງບີ່ງ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງແຂວງກວ໋າງບີ່ງ-ຄໍາມ່ວນ ເວົ້າສະເພາະ.

leftcenterrightdel
ທ່ານ ດວ່ານງອັກເລິມ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງກວ໋າງບີ່ງ ມອບຢາປົວສັດ, ອຸປະກອນການແພດປ້ອງກັນ, ຕ້ານພະຍາດອັກເສບຜິວໜັງຢູ່ງົວ, ຄວາຍໃຫ້ແຂວງຄໍາມ່ວນ. ພາບ: baoquangbinh.vn.

ປະຈຸບັນ, ແຂວງຄໍາມ່ວນ ພວມເກີດພະຍາດອັກເສບຜິວໜັງຢູ່ງົວ, ຄວາຍ, ສົ່ງຜົນສະທ້ອນໃຫຍ່ເຖິງການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການຜະລິດຂອງປະຊາຊົນ. ເພື່ອປະກອບສ່ວນພ້ອມກັບອຳນາດການປົກຄອງ ແລະປະຊາຊົນແຂວງຄໍາມ່ວນ ຄວບຄຸມ, ຍູ້ໂລກລະບາດໃຫ້ຖອຍໄປ, ຄະນະກໍາມະການປະຊາຊົນແຂວງກວ໋າງບີ່ງ ໄດ້ມອບຢາປົວສັດ, ອຸປະກອນການແພດດ້ວຍມູນຄ່າທັງໝົດແມ່ນ 550 ລ້ານດົ່ງ. ແຂວງກວ໋າງບີ່ງ ກໍ່ຈັດຕັ້ງການຝຶກອົບຮົມເຕັກນິກການປ້ອງກັນ, ຕ້ານພະຍາດອັກເສບຜິວໜັງຢູ່ງົວ, ຄວາຍໃຫ້ພະນັກງານປົວສັດແຂວງຄໍາມ່ວນ. ຜ່ານນັ້ນ, ການນໍາແຂວງກວ໋າງບີ່ງ ຫວັງວ່າໂລກລະບາດຈະໄດ້ຮັບການຄວບຄຸມ, ຊ່ວຍຊີວິດການເປັນຢູ່ຂອງປະຊາຊົນ, ການຜະລິດ, ດໍາເນີນທຸລະກິດເປັນປົກກະຕິ.

ສ່ວນທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ກໍ່ຮັບຮູ້ ແລະຕີລາຄາສູງຕໍ່ສາຍພົວພັນຮ່ວມມືລະຫວ່າງສອງແຂວງໃນໄລຍະຜ່ານມາ; ທ່ານເນັ້ນໜັກວ່າ ຂອງຂວັນນີ້ໄດ້ສະແດງໃຫ້ເຫັນອາລົມຈິດຢ່າງຈິງໃຈ, ການແບ່ງປັນຂອງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງກວ໋າງບີ່ງ, ປະກອບສ່ວນເຂົ້າໃນການປັບປຸງນໍ້າໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງແຂວງ.

ໂດຍ: ເຈິ່ນຮວ່ຽນ