ໃນໄລຍະຜ່ານມາ, ພະຍາດໂຄວິດ-19 ມີການຜັນແປສັບສົນຫຼາຍຢ່າງ, ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງປະເທດລາວ ແລະຫວຽດນາມ. ເພື່ອແນໃສ່ຮ່ວມແຮງຮ່ວມໃຈ, ແບ່ງປັນຄວາມຫຍຸ້ງຍາກນັ້ນ, ດ້ວຍຈິດໃຈສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືລະຫວ່າງສອງຝ່າຍ, ວັນທີ 30 ມິຖຸນາ ກອງບັນຊາການ ປກສ 4 ແຂວງພາກເໜືອຂອງລາວ, ລວມມີ: ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະບ່ໍແກ້ວ ໄດ້ຈັດຕັ້ງພິທີມອບເງິນຊ່ວຍເຫຼືອ 100 ລ້ານກີບໃຫ້ຕໍາຫຼວດແຂວງດ້ຽນບຽນ, ລາຍເຈົາ ແລະກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ຜູ້ຕາງໜ້າກອງບັນຊາການ ປກສ  4 ແຂວງພາກເໜືອຂອງລາວມອບເງິນໜູນຊ່ວຍປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ຜູ້ຕາງໜ້າຕໍາຫຼວດແຂວງດ້ຽນບຽນ ແລະລາຍເຈົາ. ພາບ: vov.vn.

ນີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ແທດຈິງ, ສ້າງກໍາລັງໜູນເພື່ືອໃຫ້ກໍາລັງດ່ານໜ້າ 2 ແຂວງດ້ຽນບຽນ ແລະລາຍເຈົາ ມີກໍາລັງແຮງຕື່ມອີກເພື່ອເອົາຊະນະພະຍາດທີ່ອັນຕະລາຍ. ກ່ອນໜ້ານັ້ນ, ຕໍາຫຼວດແຂວງດ້ຽນບຽນ ກໍ່ໄດ້ໜູນຊ່ວຍ, ມອບວັດຖຸອຸປະກອນການແພດທີ່ຈໍາເປັນໃຫ້ກອງບັນຊາການ ປກສ 6 ແຂວງພາກເໜືອຂອງລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ໄຊນີດາ