ກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ ແລະກະຊວງແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ ປຶກສາຫາລືຮ່ວມກັນ
ກອງປະຊຸມວິຊາການດ້ານແຮງງານ ແລະສະຫວັດດີການສັງຄົມລາວ-ຫວຽດນາມ (ໂດຍຜ່ານລະບົບທາງໄກ) ລະຫວ່າງກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ ແລະກະຊວງແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ ໄດ້ຈັດກອງປະຊຸມລະຫວ່າງວັນທີ 29-30 ມິຖຸນາ 2021. ຝ່າຍລາວ ນຳໂດຍ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະການຮ່ວມມືສາກົນກະຊວງແຮງງານ ແລະສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ແລະຝ່າຍຫວຽດນາມ ນຳໂດຍ ທ່ານ ຫງວຽນແມ໋ງເກືອງ ຫົວໜ້າກົມຮ່ວມມືສາກົນກະຊວງແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ ພ້ອມດ້ວຍຄະນະເຂົ້າຮ່ວມ.