ພິທີມອບ-ຮັບໃນຄັ້ງນີ້, ມີຂຶ້ນໃນວັນທີ 25 ມິຖຸນາ 2021, ທີ່ດ່ານສາກົນພູເກືອ ແຂວງອັດຕະປື. ແຂວງຈຳປາສັກ ໄດ້ຮັບການຊ່ວຍເຫຼືອຈາກແຂວງບິ່ງເຢືອງ ຈໍານວນ 680.000.000 ດົ່ງ ແລະຈາກແຂວງດົ່ງທາບ ຈໍານວນ 50.000.000 ດົ່ງ. ລວມມູນຄ່າການຊ່ວຍເຫຼືອທັງໝົດ 730.000.000 ດົ່ງ. ຕາງໜ້າໃຫ້ສອງແຂວງກ່າວມອບໂດຍທ່ານນາງ ພິມພາ ແກ້ວມີໄຊ ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ. ຕາງໜ້າໃຫ້ແຂວງຈຳປາສັກ ກ່າວຮັບການຊ່ວຍເຫຼືອດັ່ງກ່າວ, ໂດຍທ່ານ ວັນນະສັກ ຊາດຕະກຸນ ຫົວໜ້າພະແນກການຕ່າງປະເທດແຂວງຈໍາປາສັກ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

leftcenterrightdel
ແຂວງບິ່ງເຢືອງ ແລະດົ່ງທາບ ສສ ຫວຽດນາມ ມອບເງິນ 730 ລ້ານດົ່ງໃຫ້ແຂວງຈໍາປາສັກ ປະກອບສ່ວນສະກັດກັ້ນ ແລະປ້ອງກັນພະຍາດໂຄວິດ-19. ພາບ: kpl.gov.la.

ໂອກາດນີ້, ທ່ານ ວັນນະສັກ ຊາດຕະກຸນ ຕາງໜ້າໃຫ້ອົງການປົກຄອງແຂວງຈຳປາສັກ ໄດ້ກ່າວສະແດງຄວາມຂອບໃຈຜ່ານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ ເຖິງແຂວງບິ່ງເຢືອງ ແລະແຂວງດົ່ງທາບທີ່ມອບເງິນຊ່ວຍເຫຼືອເຂົ້າໃນການສະກັດກັ້ນ ແລະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນການປະກອບສ່ວນເສີມສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນແຂວງບິ່ງເຢືອງ ແລະແຂວງດົ່ງທາບ ສສ ຫວຽດນາມ ກັບແຂວງຈຳປາສັກ.

ເນື້ອໃນ: ຂປລ