ໃນໄລຍະຜ່ານມາ, ລະຫວ່າງ 2 ກົມກອງໄດ້ມີການສົມທົບ, ຮ່ວມມືກັນໃນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນຢ່າງເປັນປະຈໍາ, ຮັບປະກັນໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ; ພ້ອມທັງສົມທົບກັນຢ່າງເປັນປະຈໍາໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ຜ່ານການແລກປ່ຽນ, ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ 2 ຝ່າຍຄົ້ນພົບ, ກັກຕົວ, ແກ້ໄຂຫຼາຍກໍລະນີລັກລອບເຂົ້າ-ອອກເມືອງຜ່ານຊາຍແດນ.

leftcenterrightdel
ຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ໊ນ (ທະຫານຊາຍແດນແຂວງເງະອານ) ໜູນຊ່ວຍດ້ານສະບຽງອາຫານ, ທັນຍາຫານ, ວັດຖຸອຸປະກອນໃຫ້ປ້ອມປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກອງຮ້ອຍຊາຍແດນ 221, ກອງບັນຊາການທະຫານແຂວງຊຽງຂວາງ. ພາບ: ເຝືອງລິງ.

ເນື່ອງໃນໂອກາດນີ້, ທະຫານຊາຍແດນດ່ານສາກົນນໍ້າກັ໊ນ ກໍ່ໄດ້ໜູນຊ່ວຍທັນຍາຫານ ແລະສະບຽງອາຫານ, ວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ປ້ອມປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຊາຍແດນຂອງກົມກອງເພື່ອນ, ລວມມີ:  ເຄື່ອງຜະລິດໄຟຟ້າແສງຕາເວັນ (Solar Cell) 1 ຊຸດ, ເຂົ້າສານ 200 ກິໂລຣາມ, ໝີ່ສໍາເລັດຮູບ 50 ແກັດ, ນໍ້າມັນພືດ 5 ແກັດ, ນໍ້າປາ, ຊຸດກັນພະຍາດໂຄວິດ-19 ຈໍານວນ 50 ຊຸດ, ຖົງມື 5 ກັບ, ຜ້າອັດປາກ-ດັງ 20 ກັບ, ເຄື່ອງແທກອຸນຫະພູມ 2 ໜ່ວຍ... ດ້ວຍຍອດມູນຄ່າ 40 ລ້ານດົ່ງ.

ໂດຍ:  ດັ້ງເກື່ອງ