leftcenterrightdel
ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຮັບເງິນສະໜັບສະໜູນນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ຈາກຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ. ພາບ: vovworld.vn.

ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ແມ່ນສອງນະຄອນແຮກສ່ຽວກັບນະຄອນຫຼວງວຽງຈັນ, ເລື່ອງແບ່ງປັນຄວາມຫຍຸ້ງຍາກເຊິ່ງກັນ ແລະກັນໃນຈຸດເວລານີ້ ແມ່ນຈຳເປັນທີ່ສຸດ, ມີຄວາມໝາຍອັນໃຫ່ຍຫຼວງໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19; ເພີ່ມທະວີການພົວພັນອັນດີງາມລະຫວ່າງນະຄອນຫຼວງວຽງຈັນ ກັບນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນກ່ວາອີກ. ທ່ານ ພູຂົງ ບັນນະວົງ ໃຫ້ຮູ້ວ່າ “ນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ໄດ້ມີກິດຈະກໍາໜູນຊ່ວຍ ແລະຊ່ວຍເຫຼືອນະຄອນຫຼວງວຽງຈັນ ເມື່ອປະສົບກັບຄວາມຫຍຸ້ງຍາກ ເປັນປະຈໍາ, ຫວ່າງມໍ່ໆມານີ້ແມ່ນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ຍ້ອນເຫດນັ້ນ, ເມື່ອນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ມີການແຜ່ລະບາດພະຍາດ, ໂດຍເລີ່ມມາຈາກອາລົມຈິດ ແລະຄວາມຮັບຜິດຊອບ, ພວກຂ້າພະເຈົ້າໄດ້ຮຽກຮ້ອງບັນດາວິສາຫະກິດ, ໝູ່ຄະນະ, ຫົວໜ່ວຍ, ບໍລິສັດໃນບໍລິເວນນະຄອນຫຼວງວຽງຈັນ ແບ່ງປັນຄວາມຫຍຸ້ງຍາກກັບນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ເວົ້າສະເພາະ ແລະກັບປະຊາຊົນຫວຽດນາມ ເວົ້າລວມ”.

ໂດຍ: ກວຽດເຕິມ