ຕາມອົງການການຄ້າຫວຽດນາມ ປະຈຳ ລາວ, ໃນ 5 ເດືອນຕົ້ນປີນີ້, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ບັນລຸກວ່າ 570 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນ; ໃນນັ້ນການສົ່ງອອກບັນລຸກວ່າ 280 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 23,6%, ການນຳເຂົ້າບັນລຸກວ່າ 290 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 58,9%. ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ໃນຈຸດເວລາຍັງບໍ່ທັນເກີດພະຍາດໂຄວິດ-19, ວົງເງິນການຄ້າສອງສົ້ນເພີ່ມຂຶ້ນ 16,4% ຍ້ອນວົງເງິນນຳເຂົ້າເພີ່ມຂຶ້ນ 46,4% ສ່ວນວົງເງິນສົ່ງອອກຫຼຸດລົງ-4%.

leftcenterrightdel
ພາບປະກອບຄັກຈາກ: ສໍານັກຂ່າວສານຫວຽດນາມ.

ສະເພາະໃນເດືອນພຶດສະພາ 2021, ວົງເງິນການຄ້າສອງສົ້ນຫວຽດນາມ-ລາວ ບັນລຸກວ່າ 113 ລ້ານໂດລາສະຫະລັດ, ເມື່ອທຽບໃສ່ໄລຍະດຽວກັນແມ່ນເພີ່ມຂຶ້ນແຮງພໍສົມຄວນ 56,7%. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງ ລາວ ແມ່ນເຄື່ອງຈັກ, ອຸປະກອນ ແລະເຄື່ອງອາໄຫຼ່ ບັນລຸກວ່າ 13,4 ລ້ານໂດລາສະຫະລັດ, ຜະລິດຕະພັນເຄື່ອງປັ້ນດິນເຜົາ ບັນລຸກວ່າ 1 ລ້ານໂດລາສະຫະລັດ, ເຄື່ອງຕໍ່າແຜ່ນຕັດຫຍິບ ບັນລຸກວ່າ 900.000 ໂດລາສະຫະລັດ... ບັນດາປະເພດສິນຄ້າທີ່ຫວຽດນາມ ນຳເຂົ້າຈາກລາວ ຕົ້ນຕໍແມ່ນໄມ້ ແລະຜະລິດຕະພັນໄມ້ ບັນລຸເກືອບ 10,3 ລ້ານໂດລາສະຫະລັດ; ແຮ່ທາດບັນລຸກວ່າ 9,1 ລ້ານໂດລາສະຫະລັດ; ຢາງພາລາ ບັນລຸກວ່າ 9,8 ລ້ານໂດລາສະຫະລັດ...

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ ໃນວັນທີ 17 ມິຖຸນາ, ທ່ານນາງ ເລທິເຟືອງຮວາ ທູດການຄ້າສະຖານທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ເພື່ອໜູນຊ່ວຍວິສາຫະກິດ, ອົງການການຄ້າຫວຽດນາມ ປະຈຳ ລາວ ໄດ້ສ້າງບັນຊີລາຍຊື່ບັນດາວິສາຫະກິດຫວຽດນາມ ທີ່ຢາກແນະນໍາຜະລິດຕະພັນຢູ່ລາວ ເພື່ອສົ່ງເຖິງອົງການຫົວເງື່ອນຂອງລາວ ແລະໜູນຊ່ວຍຊອກຫາບໍລິສັດແຈກຢາຍໃຫ້ວິສາຫະກິດ; ພ້ອມທັງໜູນຊ່ວຍຂໍ້ມູນຂ່າວສານ ແລະພ້ອມກັບວິສາຫະກິດແກ້ໄຂຄວາມຫຍຸ້ງຍາກໃນການຂົນສົ່ງສິນຄ້າລະຫວ່າງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ