ບັນດາທ້ອງຖິ່ນ, ວິສາຫະກິດຢູ່ລາວ ສືບຕໍ່ຂົນຂວາຍການບໍລິຈາກເງິນນັບຫຼາຍຮ້ອຍລ້ານກີບເພື່ອສະໜັບສະໜູນລັດຖະບານ ແລະປະຊາຊົນຫວຽດນາມ ຕ້ານພະຍາດໂຄວິດ-19.

leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ຮັບຂອງຂວັນ 200 ລ້ານກີບ ໂດຍບໍລິສັດ UNITEL ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19 ຂອງຫວຽດນາມ. ພາບ: vov.vn.

ຕອນບ່າຍວັນທີ 15 ມິຖຸນາ, ທ່ານ ລືວແມັງຮ່າ, ຜູ້ອໍານວຍການໃຫຍ່ບໍລິສັດ UNITEL, ບໍລິສັດຮ່ວມທຸລະກິດລະຫວ່າງໂທລະຄົມມະນາຄົມລາວ ກັບກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ VIETTEL, ໄດ້ໄປຍັງສະຖານທູດຫວຽດນາມ ປະຈໍາ ລາວ ມອບເງິນ 200 ລ້ານກີບ (ເທົ່າກັບ 20.000 ໂດລາສະຫະລັດ), ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19 ໂດຍລັດຖະບານຫວຽດນາມ ປຸກລະດົມ, ດ້ວຍຄວາມປາດຖະໜາຢາກແບ່ງປັນຄວາມຫຍຸ້ງຍາກ, ປະກອບສ່ວນຊ່ວຍລັດຖະບານຫວຽດນາມ ມີເງິນຕື່ມອີກເພື່ອຊື້ວັກຊິນປ້ອງກັນພະຍາດໂຄວິດ 19 ໃຫ້ປະຊາຊົນ. ທ່ານ ຫງວຽນບ໊າຮຸ່ງ ຂອບໃຈໝູ່ຄະນະພະນັກງານ, ພາລະກອນບໍລິສັດ VIETTEL, ເຖິງວ່າຍັງປະສົບຄວາມຫຍຸ້ງຍາກຫຼາຍຢ່າງໃນການດໍາເນີນທຸລະກິດຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມແຕ່ທາງບໍລິສັດໄດ້ສະຫງວນກຳໄລສ່ວນໜຶ່ງເພື່ອໜູນຊ່ວຍລັດຖະບານ ແລະປະຊາຊົນຫວຽດນາມ ຕ້ານພະຍາດ. ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການແບ່ງປັນຄວາມຫຍຸ້ງຍາກທີ່ເຄີຍເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ ແລະລາວ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 14 ມິຖຸນາ, ທ່ານນາງ ຈິ້ງທິເຕີມ ອັກຄະລັດຖະທູດ ກໍ່ໄດ້ຮັບເງິນຈຳນວນ 100 ລ້ານກີບ (ເທ່ົາກັບ 10.000 ໂດລາສະຫະລັດ) ຈາກທ່ານ ທອງສະຫວັນ ວົງສຳພັນ, ຮອງເລຂາພັກແຂວງໆວຽງຈັນ,  ທີ່ມອບໃຫ້ແຂວງແຮກສ່ຽວຫາຍເຢືອງ ເພື່ອນໍາໃຊ້ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ດັ້ງເກື່ອງ