ເຂົ້າຮ່ວມພິທີ, ຝ່າຍແຂວງເງະອານ ມີທ່ານ ບຸ່ຍດີ່ງລອງ ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ; ທ່ານພັນເອກພິເສດ ຫງວຽນດຶ໊ກຫາຍ ຮອງຫົວໜ້າກອງບັນຊາການຕໍາຫຼວດແຂວງເງະອານ. ຝ່າຍແຂວງຫົວພັນ ມີທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງໆຫົວພັນ.

leftcenterrightdel
ທ່ານ ບຸ່ຍດີ່ງລອງ ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ ມອບສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ລວມມູນຄ່າ 250 ລ້ານດົ່ງ ໃຫ້ແຂວງຫົວພັນ. ພາບ: cand.com.vn.

ອຸປະກອນການແພດໂດຍແຂວງເງະອານ ມອບໃຫ້ແຂວງຫົວພັນ ລວມມູນຄ່າ 250 ລ້ານດົ່ງ. ກອງບັນຊາການຕໍາຫຼວດແຂວງເງະອານ ມອບສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ລວມມູນຄ່າ 100 ລ້ານດົ່ງ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນດຶ໊ກຫາຍ ຮອງຫົວໜ້າກອງບັນຊາການຕໍາຫຼວດແຂວງເງະອານ ມອບສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ລວມມູນຄ່າ 100  ລ້ານດົ່ງ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ. ພາບ: cand.com.vn.

ທີ່ພິທີ, ທ່ານ ພຸດພັນ ແກ້ວວົງໄຊ ໄດ້ສົ່ງຄໍາຂອບໃຈຢ່າງເລິກເຊິ່ງເຖິງແຂວງເງະອານ ທີ່ໄດ້ເອົາໃຈໃສ່, ລະດົມກໍາລັງໃຈ, ໜູນຊ່ວຍແຂວງຫົວພັນທັງດ້ານວັດຖຸ ແລະຈິດໃຈ, ເປັນຕົ້ນແມ່ນໃນໄລຍະຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ. ທ່ານ ພຸດພັນ ແກ້ວວົງໄຊ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ແຂວງຫົວພັນ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບກໍາລັງຕ່າງໆຕັດສິນໃຈຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ, ນໍາມາເຊິ່ງຊີວິດສະຫງົບສຸກໃຫ້ປະຊາຊົນ, ປະກອບສ່ວນຮັກສາສະຖຽນລະພາບ, ຄວາມໝັ້ນຄົງແຫ່ງຊາດຂອງລາວ...

ໂດຍ: ກວຽດເຕິມ