ໜ່ວຍຊ່ຽວຊານລວມມີ ປອ.ທ່ານໝໍ ຫວູເຕື໋ອງເລິນ (ສູນສຸກເສີນ A9, ໂຮງໝໍແບັກມາຍ), ທ່ານໝໍ ເຈິ່ນຮວ່າງລອງ (ສູນພະຍາດເຂດຮ້ອນ, ໂຮງໝໍແບັກມາຍ) ແລະພະຍາບານ ຫງວຽນຫວຽດລອງ (ພະແນກພັກຟື້ນ, ໂຮງໝໍແບັກມາຍ) ໄດ້ມີການເຮັດວຽກຢູ່ໂຮງໝໍໂພນທອງ ກ່ຽວກັບຜູ້ຕິດເຊື້ອທີ່ມີອາການຊຸດໜັກ, ເຂົ້າໂຮງໝໍໃນວັນທີ 13 ພຶດສະພາ.

leftcenterrightdel
ຄະນະແພດໝໍຫວຽດນາມ  ກຽມບົ່ງມະຕິພະຍາດໃຫ້ຄົນເຈັບຢູ່ໂຮງໝໍໂພນທອງ. ພາບ: ຄະນະປະຕິບັດງານຂອງກະຊວງສາທາລະນະສຸກຫວຽດນາມ ຢູ່ ສປປ ລາວ.

ໜ່ວຍແພດໝໍຫວຽດນາມ ໄດ້ສະເໜີໃຫ້ວິເຄາະໂດຍດ່ວນ ເພື່ອຕີລາຄາເລິກກວ່າອີກກ່ຽວກັບສະພາບຕິດເຊື້ອ ແລະສະພາບເລືອດກ້າມຂອງຄົນເຈັບ ເຊິ່ງປັດຈຸບັນທາງໂຮງໝໍຍັງບໍ່ທັນເຮັດໄດ້; ລວມມີ CRP, PRo-Calcitonin, PT, APTT, Fibrinogen, D-dimer. ນອກຈາກນີ້, ທ່ານໝໍ ຫວູເຕື໋ອງເລິນ ກໍຕີລາຄາຕື່ມອີກກ່ຽວກັບລະບົບຫາຍໃຈ ແລະແນະນໍາໃຫ້ແພດໝໍທີ່ປິ່ນປົວຢູ່ໂຮງໝໍໂພນທອງ ກ່ຽວກັບວິທີນໍາໃຊ້ເຄື່ອງຊ່ວຍຫາຍໃຈຕໍ່ກັບອາການແປປ່ວນຂອງຄົນເຈັບ.

ເຮັດວຽກຢູ່ໂຮງໝໍໂພນທອງ, ຄະນະແພດໝໍຫວຽດນາມ ກໍແບ່ງປັນກັບໂຮງໝໍໂພນທອງ ກ່ຽວກັບບົດຮຽນໃນການປິ່ນປົວຄົນເຈັບທີ່ຕິດເຊື້ອໂຄວິດ-19 ຢູ່ຫວຽດນາມ ຕາມການແນະນໍາບົ່ງມະຕິ ແລະປິ່ນປົວພະຍາດໂຄວິດ-19 ທີ່ປະກາດໃຊ້ໃນວັນທີ 26 ເມສາ 2021 ຕາມຂໍ້ຕົກລົງເລກທີ 2008/QĐ-BYT ຂອງກະຊວງສາທາລະນະສຸກຫວຽດນາມ; ນອກຈາກນີ້ຍັງໄດ້ແບ່ງປັນກ່ຽວກັບມາດຕະຖານອອກໂຮງໝໍ, ແນະນໍາວິທີຕິດຕາມອາການຄົນເຈັບຢູ່ເຮືອນຕື່ມອີກພາຍຫຼັງປິ່ນປົວສຳເລັດ...

ໂດຍ: ໄຊຊະນະ