ດ້ວຍຈິດໃຈສາມັກຄີ, ຮັກແພງກັນ, ປະຊາຄົມວິສາຫະກິດຫວຽດນາມຢູ່ແຂວງຫົວພັນ, ນຳໂດຍທ່ານ ເລວັນຮືງ, ໄດ້ໜູນຊ່ວຍເງິນ 40 ລ້ານກີບ ແລະຜ້າອັດປາກ-ອັດດັງ 12.500 ອັນໃຫ້ແຂວງຫົວພັນ. ທະນາຄານລາວຫວຽດ ສາຂາຫຼວງພະບາງ ໄດ້ໜູນຊ່ວຍເຂົ້າສານ, ສະບຽງອາຫານ ແລະຜ້າອັດປາກ-ອັດດັງ... ໃຫ້ວັດ 4 ແຫ່ງ ດ້ວຍຍອດມູນຄ່າ 10 ລ້ານກີບ.

leftcenterrightdel
ທະນາຄານລາວຫວຽດ ສາຂາຫຼວງພະບາງ ມອບຂອງຂວັນໃຫ້ຄູບາເພື່ອໜູນຊ່ວຍປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ນອກຈາກນັ້ນ, ຄະນະຄຸ້ມຄອງຊາວຫວຽດນາມ ແຂວງຊຽງຂວາງ ກໍ່ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຫວຽດນາມ ກໍ່ຄືບັນດາວິສາຫະກິດທີ່ພວມຄ້າຂາຍ, ຮໍ່າຮຽນ ແລະດໍາລົງຊີວິດຢູ່ໃນບໍລິເວນແຂວງຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງທ້ອງຖິ່ນຕ້ານພະຍາດໂຄວິດ-19.

ປະຈຸບັນ, ສະພາບພະຍາດໂຄວິດ-19 ຢູ່ລາວ ກໍາລັງຜັນແປສັບສົນຫຼາຍຢ່າງ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ພະຍາດໂຄວິດ-19 ກໍາລັງແຜ່ລະບາດເກືອບທົ່ວປະເທດລາວແລ້ວ, ພິເສດແມ່ນນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອຫຼາຍທີ່ສຸດ. ຄຽງຂ້າງກັນນັ້ນ, ບັນດາກໍລະນີຕິດເຊື້ອຢູ່ຕ່າງແຂວງ, ນະຄອນໃຫຍ່ຂອງລາວ ກໍ່ສືບຕໍ່ເພີ່ມຂຶ້ນໃນຊຸມວັນຜ່ານມາ. ເລື່ອງພະຍາດແຜ່ລະບາດຢ່າງແຮງນັ້ນໄດ້ ແລະກໍາລັງສ້າງຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ກັບລະບົບສາທາລະນະສຸກກໍ່ຄືການພັດທະນາເສດຖະກິດ-ສັງຄົມ ແລະການດໍາລົງຊີວິດຂອງຄົນລາວ ໃນທ່ົວປະເທດ, ລວມມີທັງສະມາຄົມຊາວຫວຽດນາມ ທີ່ອາໄສຢູ່ລາວ ເວົ້າລວມ ແລະຢູ່ນະຄອນຫຼວງວຽງຈັນເວົ້າສະເພາະ.

ໂດຍ: ກວຽດເຕີມ