leftcenterrightdel
ສະແດງສິລະປະໃນລາຍການ “ພົບປະແລກປ່ຽນມິດຕະພາບລະຫວ່າງນັກສຶກສາ, ຊາວໜຸ່ມ ຫວຽດນາມ-ລາວ ຢູ່ແຂວງເງະອານ”. ພາບ: baonghean.vn.

ກ່າວຄໍາເຫັນທີ່ລາຍການ, ທ່ານ ຈູດຶກຖ໊າຍ ຮອງເລຂາຜູ້ປະຈໍາການຄະນະຊາວໜຸ່ມແຂວງເງະອານ ຢັ້ງຢືນວ່າ ລາຍການດັ່ງກ່າວແມ່ນໂອກາດເພື່ອໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກສຶກສາຂອງແຂວງໄດ້ພົບປະແລກປ່ຽນກັບນັກສຶກສາລາວ ທີ່ພວມຮໍ່າຮຽນ, ເຮັດວຽກຢູ່ມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆໃນບໍລິເວນແຂວງ. ຈາກນັ້ນປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງສອງພັກ, ປະຊາຊົນ ແລະໄວໜຸ່ມສອງປະເທດຫວຽດນາມ-ລາວ, ເປັນການຢ້ັງຢືນບົດບາດ ແລະຄວາມຮັບຜິດຊອບຂອງໄວໜຸ່ມຕັດສິນໃຈເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ.

leftcenterrightdel
ຜູ້ຕາງໜ້າຄະນະຊາວໜຸ່ມແຂວງເງະອານ ມອບຊໍ່ດອກໄມ້ອວຍພອນນັກສຶກສາລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ພາບ: baonghean.vn.
leftcenterrightdel
ຄະນະຈັດຕັ້ງມອບຂອງຂວັນໃຫ້ແກ່ນັກສຶກສາລາວຜູ້ທີ່ມີຜົນງານດີເດັ່ນ. ພາບ: baonghean.vn.
leftcenterrightdel
ນັກສຶກສາລາວ ພ້ອມກັບຄະນະຈັດຕັ້ງດໍາເນີນພິທີບາສີສູ່ຂວັນໃນລາຍການ. ພາບ: baonghean.vn.

ໄວໜຸ່ມແຂວງເງະອານ ຫວັງວ່າ ນັກສຶກສາຂອງສອງປະເທດຫວຽດນາມ-ລາວ ຈະເປັນນັກການທູດເພື່ອປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ພ້ອມທັງສືບຕໍ່ແຜ່ຂະຫຍາຍອາລົມຈິດຄວາມຜູກພັນທີ່ໝັ້ນແກ່ນ-ຊັບສົມບັດອັນລໍ້າຄ່າຂອງສອງຊາດ.

ໂດຍ: ທູຈາງ