leftcenterrightdel
ມອບຂອງຂວັນໃຫ້ກຳລັງປະກອບອາວຸດລາວ. ພາບ: ເລຫ໊ຽວ.

ຢູ່ເຂດດ່ານຊາຍແດນອາເດີ໊ດ-ຕ່າວາງ ແລະຮົ່ງເວິນ-ໂກຕ່າຍ, ທ່ານ ເຈິ່ນກົງຝູ, ຮອງຫົວໜ້າຄະນະຜູ້ປະຈຳຄະນະຊີ້ນຳວຽກງານຊາຍແດນແຂວງ, ຫົວໜ້າພະແນກພົວພັນຕ່າງປະເທດແຂວງເທື່ອທຽນເຫວ້ ໄດ້ຕາງໜ້າໃຫ້ຄະນະປະຕິບັດງານສົ່ງຄຳຢ້ຽມຢາມຖາມຂ່າວ ແລະຄຳອວຍພອນທີ່ດີງາມເນື່ອງໃນໂອກາດບຸນປີໃໝ່ລາວ ເຖິງກຳລັງປົກປ້ອງຊາຍແດນ, ຕຳຫຼວດ, ປະຊາຊົນທີ່ຢູ່ເຂດຕິດກັບຊາຍແດນສອງແຂວງເຊກອງ ແລະສາລະວັນ, ປະເທດເພື່ອນລາວ.

leftcenterrightdel
ທະຫານຊາຍແດນແຂວງເທື່ອທຽນເຫວ້ ມອບຂອງຂວັນໃຫ້ກຳລັງປະກອບອາວຸດ ແລະປະຊາຊົນລາວ ເນື່ອງໃນໂອກາດບຸນປີໃໝ່. ພາບ: ເລຫ໊ຽວ.

ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນດ່ານຊາຍແດນຮົ່ງເວິນ, ທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ຂົນຂວາຍຜູ້ໃຈບຸນໃຈກຸສົນມອບເຂົ້າສານຈຳນວນກວ່າ 1,4 ໂຕນ ແລະໂສ້ງເສື້ອ 100 ຊຸດໃຫ້ແກ່ປະຊາຊົນ ແລະກຳລັງປະກອບອາວຸດລາວ ຢູ່ເຂດຕິດກັບຊາຍແດນ. ພ້ອມກັນນັ້ນ, ຍັງໄດ້ມອບເງິນຈຳນວນ 4,5 ລ້ານດົ່ງທີ່ຢູ່ໃນບ້ວງໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ໃຫ້ແກ່ນ້ອງ ໂຮ່ວັນ, ຢູ່ບ້ານໂກຕ່າຍ, ເມືອງສະໝ້ວຍ, ແຂວງສາລະວັນ.

ໂດຍ: ແສງເດືອນ