ຕາງໜ້າການນໍາກະຊວງການຕ່າງປະເທດຫວຽດນາມ, ທ່ານ ຫງວຽນກວກຢູງ ໄດ້ມອບຊໍ່ດອກໄມ້ ແລະສົ່ງຄຳອວຍພອນອັນປະເສີດມາຍັງທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດລາວ ແລະຄອບຄົວທີ່ຕ້ອນຮັບບຸນປີໃໝ່ປະຈໍາຊາດຢູ່ຫວຽດນາມ.

leftcenterrightdel
ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ນໍາໜ້າຄະນະຜູ້ແທນກະຊວງການຕ່າງປະເທດ ໄປອວຍພອນປີໃໝ່ຢູ່ສະຖານທູດລາວ ປະຈຳ ຫວຽດນາມ. ພາບ: baoquocte.vn.

ຫຼັງຈາກການຕ້ອນຮັບ, ທ່ານ ຫງວຽນກວກຢູງ  ແລະທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ທີ່ໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບໝັ້ນແກ່ນ, ເລິກເຊິ່ງ, ແມ່ນຊັບສົມບັດອັນລໍ້າຄ່າໃຫ້ແກ່ຮຸ່ນຕ່າງໆໃນປັດຈຸບັນ ແລະໃນອະນາຄົດ.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນກວກຢູງ ສະແດງຄວາມຊົມເຊີຍຕໍ່ປະເທດລາວໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ IX ປະສົບຜົນສໍາເລັດ. ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ກໍ່ຊົມເຊີຍຜົນສໍາເລັດຂອງກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະດຽວນີ້ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ກໍ່ພວມດຳເນີນກອງປະຊຸມເພື່ອຄັດເລືອກເອົາຕຳແໜ່ງການນໍາຫຼັກແຫຼ່ງຂອງລັດ. ສອງຝ່າຍຫວັງວ່າ ຈະສືບຕໍ່ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ  ໃຫ້ນັບມື້ນັບຮັດແໜ້ນ ແລະມີປະສິດທິຜົນກວ່າເກົ່າ.

ໂດຍ: ທູຈາງ