ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກ ໄພວັນ ສິດທິຈັນ ຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ເນັ້ນໜັກວ່າ ໃນຕະຫຼອດໄລຍະ 60 ປີຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດເວົ້າລວມກໍ່ຄືການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະກະຊວງຕໍາຫຼວດຫວຽດນາມ ເວົ້າສະເພາະໄດ້ຮັບການເພີ່ມທະວີ, ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ໂດຍສະເພາະແມ່ນເລື່ອງກະຊວງຕໍາຫຼວດຫວຽດນາມ ໄດ້ຈັດສົ່ງພະນັກງານໄປປະຕິບັດໜ້າທີ່, ຄຽງບ່າຄຽງໄຫຼ່ພ້ອມກັບກໍາລັງປ້ອງກັນຄວາມສະຫງົບລາວ, ຊ່ວຍເຫຼືອທັງດ້ານກໍາລັງວັງຊາ ແລະພູມປັນຍາ, ປະກອບເຕັກນິກວິຊາການ, ບໍາລຸງສ້າງ, ສຶກສາສໍາມະນາກອນ, ນາຍທະຫານກໍາລັງປ້ອງກັນຄວາມສະຫງົບລາວ, ພິເສດ, ຊ່ວຍບໍາລຸງສ້າງວັດທະນະທໍາໃຫ້ແກ່ບັນດາລູກຫຼານຂອງພະນັກງານກະຊວງປ້ອງກັນຄວາມສະຫງົບລາວ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມທີ່ພິທີ. ພາບ: ຂົງຮ່າ.

ທີ່ພິທີ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ, ການນໍາກະຊວງຕໍາຫຼວດ ແລະກໍາລັງຕໍາຫຼວດປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະສຸດຄວາມສາມາດຂອງຕົນໃຫ້ກໍາລັງປ້ອງກັນຄວາມສະຫງົບລາວ ໃນຕະຫຼອດໄລຍະຕໍ່ສູ້ປົດປ່ວຍຊາດໃນເມື່ອກ່ອນ, ພິເສດແມ່ນການຊ່ວຍເຫຼືອຈັດສົ່ງນັກຊ່ຽວຊານ ມາໜູນຊ່ວຍກ່ຽວກັບວຽກງານປ້້ອງກັນຄວາມສະຫງົບນັບແຕ່ປີ 1961 ມາຮອດປະຈຸບັນ ແລະທັງເລື່ອງສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບລາວ ໃນວັນທີ 5 ເມສາ 1961, ກໍ່ຄືການຊ່ວຍເຫຼືອຮອບດ້ານໃນຕະຫຼວດໄລຍະປະຕິບັດໜ້າທີ່ຍຸດທະສາດແມ່ນ: ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ກ່າວຄໍາເຫັນທີ່ພິທີ, ທ່ານ ບຸ່ຍວັນນາມ ຢັ້ງຢືນວ່າ ໃນຕະຫຼອດໄລຍະ 60 ປີຜ່ານມາ, ໃນແຕ່ລະໄລຍະທາງປະຫວັດສາດ, ກໍາລັງຕໍາຫຼວດປະຊາຊົນຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບກໍາລັງປ້ອງກັນຄວາມສະຫງົບລາວ ແລະໃນການພັດທະນາ, ກໍ່ຄືໃນວິລະກຳຕ່າງໆຂອງກໍາລັງປ້ອງກັນຄວາມສະຫງົບລ້ວນແຕ່ມີການແບ່ງປັນຂອງກໍາລັງຕໍາຫຼວດຫວຽດນາມ.

ໂດຍ: ກວຽດເຕີມ