ທີ່ການເຮັດວຽກ, ທ່ານ ເຈືອງກວາງເຫງ້ຍ ຢັ້ງຢືນວ່າ, ສາຍພົວພັນລະຫວ່າງສອງສະພາແຫ່ງຊາດລາວ ແລະຫວຽດນາມ ມີຄວາມໝາຍພິເສດທີ່ສຸດ, ແມ່ນພື້ນຖານເພື່ອໃຫ້ສອງປະເທດສືບຕໍ່ສ້າງບັນດານະໂຍບາຍການທູດອັນດີງາມໃນອະນາຄົດ.

ທ່ານ ເຈືອງກວາງເຫງ້ຍ ປາດຖະໜາວ່າ ທ່ານ ບຸນປອນ ສີສຸລາດ ສືບຕໍ່ສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານລາວ ສືບຕໍ່ຊຸກຍູ້ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ເພື່ອແນໃສ່ຍົກສູງຄວາມສາມາດຈຳໜ່າຍບັນດາຜະລິດຕະພັນອຸດສາຫະກໍາ, ກະສິກໍາລະຫວ່າງບັນດາແຂວງພາກກາງຫວຽດນາມ ແລະພາກໃຕ້ລາວ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ບຸນປອນ ສີສຸລາດ ໃຫ້ຮູ້ວ່າ, ກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ ພວມສ້າງແຜນການພັດທະນາເສດຖະກິດລາວ ໃນໄລຍະ 5 ປີ, ແຕ່ປີ 2020-2025. ພາຍຫຼັງການຢ້ຽມຢາມຄັ້ງນີ້, ບັນດາການແບ່ງປັນກ່ຽວກັບຜົນງານ, ບົດຮຽນພັດທະນາຕົວຈິງຈາກນະຄອນດ່ານັ້ງ ຈະປະກອບສ່ວນຊ່ວຍກໍາມາທິການສ້າງແຜນການດັ່ງກ່າວໃຫ້ດີກວ່າ. ທ່ານ ບຸນປອນ ສີສຸລາດ ກໍ່ຢັ້ງຢືນວ່າ, ກໍາມາທິການຈະປຶກສາຫາລື ແລະສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານລາວ ກ່ຽວກັບການສືບຕໍ່ຍູ້ແຮງການຮ່ວມມືກັບນະຄອນດ່ານັ້ງ ເວົ້າສະເພາະ ແລະບັນດາແຂວງໃນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກເວົ້າລວມ.

ມາຮອດປະຈຸບັນ, ນະຄອນດ່ານັ້ງ ໄດ້ລົງນາມໃນເອກະສານຂໍ້ຕົກລົງ ແລະບົດບັນທຶກຊ່ວຍຈໍາກັບຫຼາຍທ້ອງຖິ່ນຂອງລາວ 30 ສະບັບ, ຄື: ນະຄອນຫຼວງວຽງຈັນ ແລະແຂວງສະຫວັນນະເຂດ, ຈໍາປາສັກ, ເຊກອງ, ສາລະວັນ, ອັດຕະປື, ບໍລິຄໍາໄຊ, ໄຊຍະບຸລີ, ສຸມໃສ່ໃນບັນດາຂົງເຂດ: ເພີ່ມທະວີການແລກປ່ຽນຊັບພະຍາກອນມະນຸດ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຮ່ວມມືຜະລິດ, ດໍາເນີນທຸລະກິດ... ວົງເງິນສົ່ງອອກຈາກນະຄອນດ່ານັ້ງ ເຂົ້າສູ່ລາວ ໃນ 10 ເດືອນຕົ້ນປີ 2019 ຄາດວ່າບັນລຸ 23 ລ້ານໂດລາສະຫະລັດ, ດ້ວຍສິນຄ້າຕົ້ນຕໍຫຼາຍປະເພດ, ຄື: ນໍ້າມັນ, ຢາງພາລາສຳເລັດຮູບ...

ໂດຍ: ທະນາພອນ