ທີ່ການໂອ້ລົມສົນທະນາ, ບັນດານັກບັນລະຍາຍກໍ່ຍົກອອກບັນດາການຄາດຄະເນເບື້ອງຕົ້ນກ່ຽວກັບແງ່ຫວັງເສດຖະກິດຂອງລາວ ໃນໄລຍະຈະມາເຖິງກໍ່ຄືບັນດາຂໍ້ສັງເກດ, ຄາດຄະເນຜົນກະທົບຢ່າງລະອຽດເຖິງການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດຂອງວິສາຫະກິດຢູ່ລາວ ເວົ້າລວມ, ຂອງວິສາຫະກິດຫວຽດນາມ ຢູ່ລາວ ເວົ້າສະເພາະ. ນີ້ແມ່ນບັນດາຂໍ້ມູນທີ່ມີຜົນປະໂຫຍດຊ່ວຍໃຫ້ບັນດາວິສາຫະກິດສ້າງແຜນການເຄື່ອນໄຫວ ແລະລົງທຶນ, ດໍາເນີນທຸລະກິດຢູ່ລາວ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດການໂອ້ລົມສົນທະນາ, ບັນດານັກບັນລະຍາຍໄດ້ຕອບບັນດາຂໍ້ຂ້ອງໃຈຂອງຜູ້ຕາງໜ້າບັນດາວິສາຫະກິດທີ່ພວມດໍາເນີນທຸລະກິດ, ຜະລິດຢູ່ລາວ ກ່ຽວກັບກົນໄກນະໂຍບາຍ, ວາງແຜນຜັງນໍາໃຊ້ທີ່ດິນ, ບັນດາເອກະສານແນະນໍາກົດໝາຍ, ບັນດາລະບຽບການຂາເຂົ້າ-ຂາອອກ ...

ເນື່ອງໃນໂອກາດນີ້, ບັນດານັກບັນລະຍາຍທີ່ມາຈາກບັນດາກະຊວງ, ຂະແໜງການຂອງລາວ ໃຫ້ຮູ້ວ່າ, ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອເປັນເສນາທິການໃຫ້ແກ່ລັດຖະບານລາວ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ດໍາເນີນທຸລະກິດ ແລະລົງທຶນຢູ່ລາວ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ການຮ່ວມມືຮອບດ້ານລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ.

ໂດຍ: ໄຊນີດາ