ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະສັນຫຼາຍເນື້ອໃນສໍາຄັນ. ໃນນັ້ນ, ມີການສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຮ່ວມມືລະຫວ່າງສອງຄະນະຊາວໜຸ່ມໄລຍະ 2017-2022; ສືບຕໍ່ຍູ້ແຮງການໂຄສະນາ, ສຶກສາອົບຮົມໃຫ້ແກ່ໄວໜຸ່ມສອງປະເທດກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ-ລາວ; ສືບຕໍ່ຜັນຂະຫຍາຍໂຄງການແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ, ບັນດາຊຸດບໍາລຸງພະນັກງານຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຢູ່ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: nhandan.org.vn.

ກ່ຽວກັບການຮ່ວມມືລະຫວ່າງນັກທຸລະກິດໜຸ່ມສອງປະເທດ, ທ່ານ ເລກວກຟອງ ສະແດງຄວາມປາດຖະໜາວ່າສອງຝ່າຍເລີ່ມເຄື່ອນໄຫວ, ສົ່ງເສີມບັນດາການເຄື່ອນໄຫວພົບປະ, ແລກປ່ຽນ, ຊອກຫາຄວາມສາມາດໃນການຮ່ວມມືດໍາເນີນທຸລະກິດ. ຈາກນັ້ນ, ສະມາຄົມນັກທຸລະກິດໜຸ່ມສອງປະເທດສາມາດມຸ່ງໄປເຖິງການຄົ້ນຄວ້າລົງນາມໃນບັນດາຂໍ້ຕົກລົງຮ່ວມມື. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ໜູນຊ່ວຍລາວ ໃນການຮ່ວມເດີນທາງພ້ອມກັບຊາວໜຸ່ມສອງປະເທດເລີ່ມທຸລະກິດ ແລະສ້າງອາຊີບ.

ຄຽງຂ້າງນັ້ນ, ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍບັນດາການເຄື່ອນໄຫວອາສາສະໝັກເພື່ອປະຊາຄົມຢູ່ບັນດາແຂວງຕິດກັບຊາຍແດນຫວຽດນາມ-ລາວ; ໄວໜຸ່ມຫວຽດນາມ ໜູນຊ່ວຍສ້າງຕັ້ງສະຫະພັນຊາວໜຸ່ມລາວ ແລະສ້າງກົດໝາຍວ່າດ້ວຍຊາວໜຸ່ມລາວ; ຮັກສາ ແລະພັດທະນາຮູບແບບໝູ່ບ້ານມິດຕະພາບຊາວໜຸ່ມເຂດຊາຍແດນລາວ-ຫວຽດນາມ ຢູ່ເມືອງຄໍາເກີດ,  ແຂວງບໍລິຄໍາໄຊ (ລາວ) ແບບຍືນຍົງ...

ໂດຍ: ທະນາພອນ