ເປີດຕົວປະມວນປື້ມກ່ຽວກັບການພົວພັນມິດຕະພາບຫວຽດນາມ-ລາວ
ກປ.ອອນໄລ - ສໍານັກພິມຖະແຫຼງຂ່າວ ແລະສື່ສານ ຫາກໍ່ເປີດຕົວປະມວນປື້ມ 11 ເຫຼັ້ມກ່ຽວກັບການພົວພັນສະໜິດຕິດພັນລະຫວ່າງຫວຽດນາມ-ລາວ.
ກວ່າ 70 ປີຜ່ານມາ, ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ການສະໜິດຕິດພັນສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະລາວ ໂດຍທ່ານປະທານ ໂຮ່ຈິມິນ ແລະປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາການນໍາຮຸ່ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ.
    |
 |
ໜ້າປົກປື້ມ “ບັນດາເລື່ອງລາວກ່ຽວກັບຄວາມສາມັກຄີມິດຕະພາບຫວຽດນາມ - ລາວ”. ແຫຼ່ງ: Nxbthongtintruyenthong.vn |
ໃນໄລຍະຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ສອງປະເທດໄດ້ສ້າງຕັ້ງກອງທະຫານປະສົມລາວ - ຫວຽດນາມ ເພື່ອຮ່ວມແຮງຮ່ວມໃຈຕໍ່ສູ້ຕ້ານສັດຕູຕົວດຽວກັນ. ບັນດາທະຫານອາສາສະໝັກຫວຽດນາມເປັນຄັ້ງທໍາອິດທີ່ໄດ້ໄປປະເທດ ລາວ ໄດ້ພ້ອມກັນຕໍ່ສູ້ຄຽງບ່າຄຽງໄລ່ກັບກໍາລັງປະກອບອາວຸດປະເທດລາວ. ນໍ້າໃຈຕັດສິນໃຈ, ການເສຍສະຫຼະຊີວິດເລືອດເນື້ອ ແລະການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຜູ້ທີ່ດີເດັ່ນຂອງສອງຊາດ ໄດ້ປະກອບສ່ວນນໍາພາລະກິດການປະຕິວັດຂອງສອງປະເທດໄປສູ່ໄຊຊະນະອັນສະຫງ່າຜ່າເຜີຍ.
    |
 |
ໜ້າປົກປະມວນປື້ມ. ແຫຼ່ງ: Nxbthongtintruyenthong.vn |
ປີ 2017 ເປັນປີທີ່ມີຄວາມໝາຍຄວາມສໍາຄັນເປັນພິເສດໃນການພົວພັນດ້ານການທູດລະຫວ່າງຫວຽດນາມ ແລະລາວ ເມື່ອສອງປະເທດສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ - ລາວ (18/7/1977 - 18/7/2017) ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (05/9/1962 - 05/9/2017).
ເນື້ອໃນປະມວນປື້ມເຫຼົ່ານີ້ໄດ້ແນະນໍາບັນດາຂໍ້ມູນກ່ຽວກັບປະເທດ ແລະປະຊາຊົນລາວ, ກ່ຽວກັບບັນດາຈຸດທີ່ເປັນເອກະລັກສະເພາະຂອງປະເທດລ້ານຊ້າງ ຜ່ານບັນດາຂົງເຂດຄື: ປະຫວັດສາດ-ການທະຫານ, ການເມືອງ-ເສດຖະກິດ, ວັດທະນະທໍາ-ສັງຄົມໂດຍພື້ນຖານ,...ໄປພ້ອມໆກັບການພົວພັນທີ່ຄ້າຍຄືກັນເມື່ອປຽບທຽບໃສ່ກັບບັນດາຈຸດທີ່ເປັນເອກະລັກສະເພາະກ່ຽວກັບປະເທດ ແລະຊາວຫວຽດນາມ.
ແປໂດຍ: ຮວ່າງເຈື່ອງ