ພັດທະນາໜັງສືພິມກອງທັບປະຊາຊົນ ຕາມຮູບແບບຫຼາຍປະເພດ, ຫຼາຍພື້ນຖານ, ຫຼາຍພາສາ
ຕະຫຼອດ 75 ປີຜ່ານມາ, ນັບແຕ່ເມື່ອໜັງສືພິມກອງທັບປະຊາຊົນ ໄດ້ຮັບການກໍາເນີດ (20 ຕຸລາ 1950) ມາຮອດປັດຈຸບັນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ອອກມະຕິ, ຄຳສັ່ງ, ຂໍ້ຕົກລົງສໍາຄັນຫຼາຍສະບັບ ກ່ຽວກັບທິດທາງພັດທະນາໜັງສືພິມກອງທັບປະຊາຊົນໃນແຕ່ລະໄລຍະ, ເພື່ອກໍ່ສ້າງໜັງສືພິມກອງທັບປະຊາຊົນ ໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຈົ່ງຮັກພັກດີຕໍ່ພັກ, ລັດ ແລະປະຊາຊົນ; ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານ, ນັກຂ່າວ, ບັນນາທິການ, ນັກຮົບຂອງໜັງສືພິມ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ເກັ່ງວິຊາສະເພາະ, ມີຈັນຍາບັນອາຊີບທີ່ຜ່ອງໃສ; ເພີ່ມທະວີພື້ນຖານວັດຖຸ, ອຸປະກອນ, ຫັນພາຫະນະໃນການເຮັດຂ່າວໃຫ້ເປັນທັນສະໄໝເທື່ອລະກ້າວ... ເພື່ອໃຫ້ໜັງສືພິມ ສາມາດປະຕິບັດຄະຕິທໍາ, ຈຸດປະສົງ, ໜ້າທີ່ໃຫ້ເປັນຢ່າງດີ, ເປັນອາວຸດທີ່ໄວ້ເນື້ອເຊື່ອໃຈ, ແຫຼມຄົມຂອງພັກ, ລັດ, ກອງທັບໃນສະໜາມຮົບດ້ານການເມືອງ-ແນວຄິດ ແລະວັດທະນະທຳຢ່າງແທ້ຈິງ.
ດ້ວຍວິໄສທັດຍຸດທະສາດ ແລະຄວາມສະດຸ້ງໄວ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຊີ້ນຳ ແລະເອົາໃຈໃສ່ລົງທຶນພັດທະນາໜັງສືພິມກອງທັບປະຊາຊົນ ຕາມທິດຫັນເປັນທັນສະໄໝເທື່ອລະກ້າວ, ສ້າງເງື່ອນໄຂໃຫ້ພະນັກງານ, ນັກຂ່າວ, ບັນນາທິການຂອງໜັງສືພິມ ໄດ້ເຂົ້າເຖິງ ແລະໝູນໃຊ້ຄວາມກ້າວໜ້າຂອງເຕັກໂນໂລຢີໃໝ່ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນຂັ້ນຕອນການຜະລິດໜັງສືພິມເຈ້ຍ ແລະບັນດາຜະລິດຕະພັນໜັງສືພິມເອເລັກໂຕນິກ.
    |
 |
|
ບັນດາສື່ສິ່ງພິມຂອງໜັງສືພິມເຈ້ຍ. |
ໜັງສືພິມກອງທັບປະຊາຊົນແມ່ນໜຶ່ງໃນບັນດາໜັງສືພິມນໍາໜ້າໃນການກໍ່ສ້າງສໍານັກໜັງສືພິມເອເລັກໂຕນິກ, ຈັດຕັ້ງປະຕິບັດການເຮັດຂ່າວໃນອິນເຕີເນັດ, ຫຼຸດເວລາການຈັດພິມຂ່າວ, ຈຳໜ່າຍຜະລິດຕະພັນໜັງສືພິມເຈ້ຍ ແລະໜັງສືພິມເອເລັກໂຕນິກຜ່ານໜ້າເວັບ ແລະແອັບພຼິເຄຊັນໃນສື່ສັງຄົມ. ຫຼາຍປີຜ່ານມາ, ໜັງສືພິມໄດ້ວາງເປົ້າໝາຍສູ້ຊົນແມ່ນຕັ້ງໜ້າ, ເປັນເຈົ້າການເຂົ້າເຖິງ ແລະໝູນໃຊ້ຄວາມກ້າວໜ້າທາງດ້ານເຕັກໂນໂລຊີເຂົ້າໃນຂົງເຂດຂໍ້ມູນຂ່າວສານ ແລະການສື່ສານ ເພື່ອເສີມຂະຫຍາຍ ແລະຍົກສູງທີ່ຕັ້ງ, ບົດບາດຂອງໜັງສືພິມການເມືອງ-ການທະຫານແຖວໜ້າຢ່າງບໍ່ຢຸດຢັ້ງ, ຮັກສາບົດບາດສຳຄັນໃນການໂຄສະນາເຜີຍແຜ່ສອງໜ້າທີ່ຍຸດທະສາດຂອງການປະຕິວັດ ແມ່ນສ້າງສາ ແລະປົກປັກຮັກສາປະເທດຊາດ.
ວັນທີ 3 ເມສາ 2019, ທ່ານນາຍົກລັດຖະມົນຕີ ໄດ້ເຊັນປະກາດໃຊ້ຂໍ້ຕົກລົງສະບັບ ເລກທີ 362/QD-TTg ວ່າດ້ວຍການອະນຸມັດຜ່ານ “ແຜນພັດທະນາ ແລະຄຸ້ມຄອງສື່ມວນຊົນທົ່ວປະເທດຮອດປີ 2025”, ໃນນັ້ນໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ກໍານົດວ່າແມ່ນໜຶ່ງໃນ 6 ອົງການສື່ມວນຊົນທໍາອິດຂອງທົ່ວປະເທດ ທີ່ປະຕິບັດຮູບແບບອົງການສື່ມວນຊົນຫຼັກແຫຼ່ງຫຼາຍປະເພດ, ພ້ອມກັບໜັງສືພິມປະຊາຊົນ, ສະຖານີໂທລະພາບຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ສໍານັກຂ່າວສານຫວຽດນາມ ແລະໜັງສືພິມຕໍາຫຼວດປະຊາຊົນ. ນີ້ແມ່ນການຮັບຮູ້, ຢັ້ງຢືນ ແລະຕີລາຄາສູງທີ່ຕັ້ງຂອງໜັງສືພິມກອງທັບປະຊາຊົນ ໃນລະບົບສື່ມວນຊົນປະຕິວັດຫວຽດນາມ, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ໜັງສືພິມກອງທັບປະຊາຊົນ ຕ້ອງສູ້ຊົນໃຫ້ຫຼາຍກວ່ານີ້ຕື່ມອີກ ເພື່ອໃຫ້ສົມກັບການເປັນໜັງສືພິມການເມືອງ-ການທະຫານແຖວໜ້າຂອງພັກ, ລັດ ແລະຂອງທັງລະບົບການເມືອງອີກດ້ວຍ. ພ້ອມກັນນັ້ນ, ນີ້ກໍ່ແມ່ນຄວາມເປັນກຽດ ແລະແມ່ນຄວາມຮັບຜິດຊອບສູງຂອງຜູ້ເຮັດວຽກງານການຂ່າວໜັງສືພິມກອງທັບປະຊາຊົນ ແລະເປັນຂີດໝາຍປະຫວັດສາດໃນເສັ້ນທາງພັດທະນາຂອງໜັງສືພິມ.
ການພັດທະນາໜັງສືພິມກອງທັບປະຊາຊົນຕາມຮູບແບບຫຼາຍປະເພດ, ຫຼາຍພື້ນຖານ, ຫຼາຍພາສາ ແລະຫຼາຍບໍລິການ ແມ່ນທິດທາງເດີນທີ່ຈຳເປັນໃນຍຸກແຫ່ງການສື່ສານດີຈີຕອນ. ນີ້ແມ່ນໂອກາດ ເພື່ອໃຫ້ໜັງສືພິມຂະຫຍາຍອິດທິພົນຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍການສື່ສານ, ໂຄສະນາເຜີຍແຜ່ໃນໝູ່ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຢ່າງມີປະສິດທິຜົນ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ແມ່ນສິ່ງທ້າທາຍສໍາລັບຜູ້ເຮັດວຽກງານການຂ່າວຂອງໜັງສືພິມກອງທັບປະຊາຊົນ ໃນໄລຍະຂອງການພັດທະນາສື່ມວນຊົນເຕັກໂນໂລຊີດີຈີຕອນ.
ທ່າແຮງຂອງໜັງສືພິມກອງທັບປະຊາຊົນ ແມ່ນຍາມໃດກໍໃກ້ຊິດຕິດແທດກັບຄະຕິທໍາ, ຈຸດປະສົງ, ປະຕິບັດຕາມກົດໝາຍ; ໂຄສະນາເຜີຍແຜ່ຢ່າງພາວະວິໄສ, ຊື່ສັດ, ຖືກຕ້ອງຊັດເຈນ, ບໍ່ຕົກຢູ່ໃນທ່າອ່ຽງຂອງການຄ້າ ແລະຄວາມຜິດພາດທາງດ້ານເນື້ອໃນ ແລະເຕັກນິກບໍ່ຫຼາຍ, ພິເສດແມ່ນບໍ່ຜິດຕໍ່ທັດສະນະ, ແນວທາງ, ຮັບໃຊ້ພາລະກິດກໍ່ສ້າງກອງທັບ ແລະປົກປັກຮັກສາປະເທດຊາດຢ່າງມີປະສິດທິຜົນ.
ໃນວຽກງານໂຄສະນາເຜີຍແຜ່, ໜັງສືພິມກອງທັບປະຊາຊົນ ໄດ້ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງຂອງການດຳລົງຊີວິດ, ການເຄື່ອນໄຫວຂອງທະຫານ, ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ກໍ່ສ້າງກອງທັບປະຊາຊົນ “ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ”; ໃນນັ້ນ, ໄດ້ສຸມໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມ ແລະກໍານົດທິດແນວຄິດໃຫ້ແກ່ທະຫານ ແລະປະຊາຊົນຕໍ່ບັນດາບັນຫາທີ່ມີຄວາມສະດຸ້ງໄວ, ສັບສົນ, ປະກອບສ່ວນກໍ່ສ້າງກອງທັບປະຊາຊົນຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ ແລະການຈັດຕັ້ງ; ກໍ່ສ້າງພະນັກງານ, ນັກຮົບໃຫ້ມີຄຸນທາດການເມືອງທີ່ທຸ່ນທ່ຽງ, ເດັດດ່ຽວໜຽວແໜ້ນ, ມີນ້ຳໃຈຮັກຊາດ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະລະບອບສັງຄົມນິຍົມ; ມີຈັນຍາບັນ, ແບບແຜນດໍາລົງຊີວິດທີ່ດີ, ປອດໃສ, ມີເຈດຈໍານົງຕັດສິນໃຈສູງ, ພ້ອມທີ່ຈະຮັບ ແລະປະຕິບັດໃຫ້ສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ. ໜັງສືພິມກອງທັບປະຊາຊົນຖືເປັນສໍາຄັນການຄົ້ນພົບ ແລະໂຄສະນາເຜີຍແຜ່ບັນດາຮູບແບບ, ແບບຢ່າງທີ່ດີເດັ່ນ, ວິທີເຮັດທີ່ດີ, ມີຫົວຄິດປະດິດສ້າງໃນການປະຕິບັດບັນດາບັ້ນຂົນຂວາຍຂະໜາດໃຫຍ່, ຂະບວນການປະຕິວັດ ແລະຂະບວນການແຂ່ງຂັນຮັກຊາດ… ໜັງສືພິມກອງທັບປະຊາຊົນ ກໍ່ແມ່ນກຳລັງກໍາໜ້າ, ເປັນອາວຸດທີ່ແຫຼມຄົມຢ່າງແທ້ຈິງ, ປະຕິເສດທັດສະນະທີ່ຜິດພາດ ແລະເປັນປໍລະປັກ, ປົກປ້ອງລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ແນວທາງ, ທັດສະນະຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ, ຮັກສາສະໜາມຮົບດ້ານແນວຄິດຂອງພັກໃນກອງທັບຢ່າງໝັ້ນຄົງ.
ເສີມຂະຫຍາຍບົດບາດ ແລະຂະຫຍາຍອິດທິພົນຂອງໜັງສືພິມກອງທັບປະຊາຊົນ
ເພື່ອສືບຕໍ່ເສີມຂະຫຍາຍບົດບາດ ແລະຂະຫຍາຍອິດທິພົນຂອງໜັງສືພິມກອງທັບປະຊາຊົນໃນສັງຄົມຢ່າງບໍ່ຢຸດຢັ້ງ, ຄະນະພັກການການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ເປັນປະຈຳໃນການລົງທຶນຍົກລະດັບພື້ນຖານວັດຖຸ, ພາຫະນະອຸປະກອນຮັບໃຊ້ວຽກງານການຂ່າວຕາມທິດທັນສະໄໝ, ຄົບຊຸດ, ເປັນເຈົ້າການນຳໃຊ້ເຕັກໂນໂລຊີໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຮັດຂ່າວຫຼາຍປະເພດ ແລະປັບຕົວໃຫ້ເຂົ້າກັບການພັດທະນາ, ທ່າອ່ຽງລວມຕົວຂອງສື່ມວນຊົນ, ການສື່ສານທີ່ທັນສະໄໝ.
    |
 |
|
ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພັດທະນາກາຍເປັນໜັງສືພິມຫຼາຍພາສາ, ຫຼາຍປະເພດ. ພາບ: qdnd.vn |
ເພື່ອຍົກສູງຄຸນນະພາບບັນດາຜະລິດຕະພັນສື່ມວນຊົນ, ຍົກສູງປະສິດທິຜົນວຽກງານການສື່ສານ, ໂຄສະນາເຜີຍແຜ່, ໜັງສືພິມກອງທັບປະຊາຊົນ ໄດ້ເສີມຂະຫຍາຍແຫຼ່ງກຳລັງໃນການລົງທຶນຢ່າງມີປະສິດທິຜົນ, ເປັນເຈົ້າການ ແລະນໍາໜ້າໃນການຂຸດຄົ້ນ, ນຳໃຊ້ຜົນງານດ້ານວິທະຍາສາດເຕັກນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເປັນຕົ້ນແມ່ນນຳໃຊ້ພາຫະນະ, ອຸປະກອນທີ່ໄດ້ຮັບ ການລົງທຶນຢ່າງມີປະສິດທິຜົນ ເພື່ອຫັນຂັ້ນຕອນ, ເຕັກໂນໂລຊີເຂົ້າໃນການເຮັດຂ່າວ, ປ່ຽນແປງໃໝ່ເນື້ອໃນ, ວິທີການສົ່ງຂ່າວເຖິງຜູ້ອ່ານໃຫ້ເປັນທັນສະໄໝ; ຍົກສູງຄຸນນະພາບບັນດາສິ່ງພິມສື່ມວນຊົນ, ເພີ່ມທະວີການພັດທະນາຜະລິດຕະພັນສື່ມວນຊົນຫຼາຍປະເພດ. ໃນສະພາບການເຊື່ອມໂຍງ, ຂໍ້ມູນຂ່າວສານໄດ້ລະເບີດຂຶ້ນຢ່າງແຮງ, ມີຫຼາຍທິດທາງ, ຫຼາຍຮູບຫຼາຍແບບຍາກທີ່ຈະຄວບຄຸມໄດ້, ໜັງສືພິມກອງທັບປະຊາຊົນ ຍາມໃດກໍ່ຮັກສາການກໍານົດທິດດ້ານການເມືອງໃນການໂຄສະນາເຜີຍແຜ່ບັນດາບັນຫາທີ່ສັບສົນ, ສະດຸ້ງໄວ, ມີສະຕິໃນການແກ້ໄຂຂໍ້ມູນຂ່າວສານ ແລະການໃຫ້ຂ່າວ; ເຂົ້າຮ່ວມການຕິດຕາມກວດກາ, ຕີລາຄາສັງຄົມ; ເພີ່ມທະວີການຄົ້ນພົບ ແລະຍ້ອງຍໍຊົມເຊີຍບັນດາປັດໄຈໃໝ່, ແບບຢ່າງທີ່ດີເດັ່ນ, ແບບຢ່າງວຽກດີຄົນເດັ່ນໃນພາລະກິດກໍ່ສ້າງກອງທັບ, ເພີ່ມທະວີການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ.
ເຖິງຢ່າງໃດກໍຕາມ, ເພື່ອພັດທະນາໜັງສືພິມ ໃຫ້ຖືກຕາມຮູບແບບອົງການສື່ມວນຊົນຫຼັກແຫຼ່ງ, ຫຼາຍປະເພດ, ຮັກສາບົດບາດຫຼັກແຫຼ່ງແກ່ນສານໃນການກໍານົດທິດຫາງສຽງສັງຄົມ, ຫຼາຍບັນຫາທີ່ພວມວາງອອກຮຽກຮ້ອງໃຫ້ໜັງສືພິມ ຕ້ອງມີມາດຕະການແກ້ໄຂໂດຍໄວ. ນັ້ນແມ່ນ:
1. ໃນການຜັນຂະຫຍາຍແຜນຮ່າງກໍ່ສ້າງໜັງສືພິມກອງທັບປະຊາຊົນ ຕາມຮູບແບບອົງການສື່ມວນຊົນຫຼາຍປະເພດ ຍັງຕ້ອງໄດ້ກຳນົດບັນດາສິ່ງພິມ ແລະຜະລິດຕະພັນໜັງສືພິມເຈ້ຍ ໃຫ້ເປັນຜະລິດຕະພັນສື່ມວນຊົນຫຼັກແຫຼ່ງ. ໜັງສືພິມກອງທັບປະຊາຊົນ ທີ່ພິມຈຳໜ່າຍໃນແຕ່ລະວັນໄດ້ ແລະຍັງຈະສືບຕໍ່ເປັນຜະລິດຕະພັນທີ່ມີຄວາມສຳຄັນທີ່ສຸດ, ມີລັກສະນະກໍານົດທິດດ້ານເນື້ອໃນ ແລະມີຄວາມໝາຍສຳຄັນຢ່າງຍິ່ງໃນການໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ ແລະລັດ ເຖິງປະຊາຊົນທຸກຊັ້ນວັນນະ.
ສະນັ້ນ, ຕ້ອງສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະຮູບການບັນດາສິ່ງພິມຂອງໜັງສືພິມເຈ້ຍ, ຍົກສູງຄຸນນະພາບ ແລະປະສິດທິຜົນການໂຄສະນາເຜີຍແຜ່ ໃນໜັງສືພິມກອງທັບປະຊາຊົນລາຍວັນ, ໜັງສືພິມລາຍອາທິດ, ໜັງສືພິມລາຍເດືອນເຫດການ ແລະພະຍານຫຼັກຖານ ແລະມີມາດຕະການເພີ່ມຈໍານວນການພິມຈຳໜ່າຍສິ່ງພິມເຫຼົ່ານີ້ ພ້ອມທັງຖ່າຍທອດເນື້ອໃນຂອງສິ່ງພິມເຫຼົ່ານີ້ຢູ່ໃນພື້ນຖານການສື່ສານດີຈີຕອນ.
ໃນທ່າອ່ຽງພັດທະນາຢ່າງແຂງແຮງຂອງການສື່ສານດີຈີຕອນ, ດ້ວຍຄວາມສາມາດອັບເດດຂໍ້ມູນຕາມເວລາຕົວຈິງຢູ່ໃນພື້ນຖານ ແລະພາຫະນະ, ການປ່ຽນແປງໃໝ່ໜັງສືພິມລາຍວັນ ຕ້ອງໄປຕາມທິດເພີ່ມບົດວິເຄາະລົງເລິກ, ວິພາກວິຈານ, ອະທິບາຍບັນຫາທີ່ສັບສົນ, ບັນຫາທີ່ສະດຸ້ງໄວ, ມີລັກສະນະກໍານົດທິດຫາງສຽງ.
ສໍາລັບການຜັນຂະຫຍາຍການກໍ່ສ້າງໜັງສືພິມກອງທັບປະຊາຊົນ ໃຫ້ກາຍເປັນອົງການສື່ມວນຊົນຫຼາຍປະເພດ, ຄຽງຂ້າງໜັງສືພິມເຈ້ຍແບບດັ້ງເດີມແລ້ວ, ໜັງສືພິມ ຈະມີບັນດາຜະລິດຕະພັນສື່ມວນຊົນເປັນທີ່ນິຍົມໃນອິນເຕີເນັດ, ເຊັ່ນ: ໜັງສືພິມເອເລັກໂຕນິກ, ແອັບພຼີເຄຊັນມືຖື, ສື່ສັງຄົມອອນລາຍ, podcast, ວິດີໂອອອນລາຍ ແລະຮູບແບບອື່ນໆ ເພື່ອເຂົ້າເຖິງ ແລະເຜີຍແຜ່ຂໍ້ມູນຂ່າວສານເຖິງຜູ້ອ່ານຢູ່ໃນຫຼາຍເກນອາຍຸ, ຫຼາຍເປົ້າໝາຍ ແລະພາກສ່ວນ, ເພີ່ມລັກສະນະກະທົບຕອບເຊິ່ງກັນ ແລະກັນ, ດຶງດູດຜູ້ອ່ານເຂົ້າຮ່ວມວິວັດການໃຫ້ຂ່າວ, ວິພາກວິຈານກ່ຽວກັບບັນດາເຫດການ, ບັນຫາ...
ໜັງສືພິມຕ້ອງສູ້ຊົນ, ຢູ່ໃສມີຜູ້ອ່ານ, ຢູ່ຫັ້ນມີຂໍ້ມູນ, ມີການວິພາກວິຈານ, ມີຄຳອະທິບາຍ, ກໍານົດທິດ. ພຽງແຕ່ມີແນວນັ້ນ, ໜັງສືພິມ ຈຶ່ງເສີມຂະຫຍາຍບົດບາດກໍານົດທິດຫາງສຽງໄດ້.
    |
 |
|
ພື້ນຖານສື່ສັງຄົມຂອງໜັງສືພິມກອງທັບປະຊາຊົນ. |
2. ສືບຕໍ່ຄົ້ນຄວ້າປ່ຽນແປງໃໝ່ກົງຈັກການຈັດຕັ້ງຂອງໜັງສືພິມກອງທັບປະຊາຊົນໃຫ້ສອດຄ່ອງກັບແຜນນະໂຍບາຍກໍ່ສ້າງໜັງສືພິມໃຫ້ກາຍເປັນອົງ ການສື່ມວນຊົນຫຼາຍປະເພດ, ກໍ່ສ້າງສໍານັກໜັງສືພິມຕາມຮູບແບບສໍານັກງານ-ເຕັກໂນໂລຊີ, ເອົາໃຈໃສ່ຍົກສູງກໍາລັງຄວາມສາມາດທາງດ້ານເຕັກໂນໂລຊີ ເພື່ອໜູນຊ່ວຍວຽກງານການຜະລິດສື່ມວນຊົນ.
- ຈັດຕັ້ງພະແນກການຕ່າງໆໃຫ້ສອດຄ່ອງກັບຂັ້ນຕອນການຈັດຕັ້ງ, ຊີ້ນຳ, ບັນຊາ, ຜະລິດບັນດາຜະລິດຕະພັນສື່ມວນຊົນຫຼາຍປະເພດ (ລວມທັງໜັງສືພິມພິມເຈ້ຍ ແລະຜະລິດຕະພັນຫຼາຍປະເພດ).
- ສັບຊ້ອນກຳລັງເຕັກໂນໂລຊີໃຫ້ມີຄວາມເຂັ້ມແຂງຢ່າງພຽງພໍ (ທາງດ້ານປະລິມານ ແລະຄຸນນະພາບ) ດ້ວຍການຈັດຕັ້ງຫ້ອງເຕັກໂນໂລຊີ ໃຫ້ມີຄວາມເໝາະສົມເພື່ອດໍາເນີນໃຫ້ເປັນລະບົບ ແລະໜູນຊ່ວຍການຜະລິດບັນດາຜະລິດຕະພັນສື່ມວນຊົນເຕັກໂນໂລຊີ.
- ກ່ຽວກັບບຸກຄະລາກອນທາງດ້ານເຕັກໂນໂລຊີ: ນອກຈາກກໍາລັງຊ່ຽວຊານດ້ານເຕັກໂນໂລຊີແລ້ວ, ຍັງຕ້ອງໄດ້ບໍາລຸງສ້າງ, ຍົກລະດັບທາງດ້ານເຕັກນິກໃຫ້ຖັນແຖວພະນັກງານ, ນັກຂ່າວ, ບັນນາທິການ.
- ນັກຂ່າວ ແລະນັກເຕັກນິກຕ້ອງມີລະດັບຄວາມຮູ້ ແລະທັກສະຢ່າງພຽງພໍເພື່ອຊອກຮູ້ຄວາມຕ້ອງການ, ຄວາມນິຍົມ ແລະຈິດຕະສາດຂອງຜູ້ອ່ານ. ການຈັດຕັ້ງການຄົ້ນຄວ້າ, ເກັບກໍາຂໍ້ມູນຂອງຜູ້ອ່ານ ແມ່ນມີຄວາມສໍາຄັນຫຼາຍ ເພື່ອໃຫ້ສາມາດນໍາເອົາຜະລິດຕະພັນສື່ມວນຊົນ ເຂົ້າເຖິງຜູ້ອ່ານໃນຊ່ອງທາງພື້ນເມືອງ ແລະສື່ສັງຄົມອອນລາຍ ໄດ້ຢ່າງທັນການ.
3. ບັນດາພະແນກການຂອງສໍານັກໜັງສືພິມ ຕ້ອງໄດ້ຈັດຕັ້ງຄືດັ່ງອົງການຜະລິດ ແລະແຈກຢາຍເນື້ອໃນຫຼາຍພື້ນຖານ, ຫຼາຍປະເພດ.
4. ຄົ້ນຄວ້າປ່ຽນແປງໃໝ່ຂັ້ນຕອນການຈັດຕັ້ງການຜະລິດບັນດາຜະລິດຕະພັນຂໍ້ມູນຂ່າວສານຕາມວິທີປະມວນ, ມີເນື້ອໃນເປັນເອກະພາບ, ວິທີສະແດງອອກຢ່າງມີໄຫວພິບ.
5. ປ່ຽນແປງໃໝ່ວຽກງານຊີ້ນໍາ, ການບໍລິຫານ.
6. ລົງທຶນເຕັກໂນໂລຊີທີ່ທັນສະໄໝ ແລະຖັນແຖວບຸກຄະລາກອນເຕັກໂນໂລຊີເກັ່ງ.
7. ເພີ່ມທະວີການຄົ້ນຄວ້າ ແລະພັດທະນາ, ເສີມຂະຫຍາຍການປ່ຽນແປງໃໝ່ປະດິດສ້າງ.
8. ນໍາໃຊ້ປັນຍາປະດິດ (AI) ແລະສື່ມວນຊົນອັດຕະໂນມັດ (robot journalism).
ຜັນຂະຫຍາຍແຜນຮ່າງກໍ່ສ້າງໜັງສືພິມກອງທັບປະຊາຊົນຈາກອົງການໜັງສືພິມເຈ້ຍພື້ນເມືອງ ກາຍເປັນອົງການສື່ມວນຊົນຫຼາຍປະເພດທີ່ຮັກສາບົດບາດຫຼັກແຫຼ່ງ, ກໍານົດທິດຫາງສຽງສັງຄົມແມ່ນວິວັດການຫັນປ່ຽນຢ່າງແຂງແຮງທາງດ້ານຄວາມຮັບຮູ້ ແລະວິທີເຮັດຂ່າວໃນຍຸກເຕັກໂນໂລຊີດີຈີຕອນ, ວາງອອກຫຼາຍບັນຫາໃໝ່, ຍາກ ແລະສັບສົນ. ການຊີ້ນໍາຂອງຄະນະພັກການການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງ ໄດ້ຮັກສາບົດບາດຕັດສິນເຖິງຜົນສຳເລັດຂອງແຜນຮ່າງ. ດ້ວຍມູນເຊື້ອ ແລະບົດຮຽນປະສົບການທີ່ສະສົມໄດ້ໃນຕະຫຼອດໄລຍະເກືອບ 75 ປີຜ່ານມາ, ໝູ່ຄະນະພະນັກງານ, ນັກຂ່າວ, ລັດຖະກອນ, ນັກຮົບຂອງໜັງສືພິມກອງທັບປະຊາຊົນ ປ່ຽມລົ້ນໄປດ້ວຍຄວາມຕັດສິນໃຈ ແລະຄວາມສຸດໃຈ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນຜ່ານຜ່າສິ່ງທ້າທາຍ, ອຸປະສັກ ເພື່ອນໍາໜັງສືພິມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ທີ່ພັກ, ລັດ, ກອງທັບ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ.
ໂດຍ: ໄຊຊະນະ