ບ້ານ, ກຸ່ມບ້ານທີ່ຄຶກຄຶ້ນມ່ວນຊື່ນ
ຕອນທ່ຽງຂອງມື້ຕົ້ນເດືອນມັງກອນ 2025, ຄຽງຂ້າງບ້ານຊອກຣ້ວງ ຕາແສງຮວ່າເຕິນ (ເມືອງເກົ່າແກ່, ແຂວງຈ່າວິງ), ພໍ່ແມ່ປະຊາຊົນທັງໂອ້ລົມເວົ້າຈາຫົວມ່ວນ, ທັງຂົນດິນບຸລະນະ, ປະດັບ, ຕັດກິ່ງດອກໄມ້ຕາມແຄມທາງເພື່ອກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດ.
ຢູ່ຖະໜົນເບຕົງສາຍໃໝ່, ແມ່ເຖົ້າ ກຽນເຊີນລ໊ຽວ ໄດ້ເວົ້າດ້ວຍຄວາມພາກພູມໃຈວ່າ: “ໃນຊຸມມື້ມນີ້, ພໍ່ແມ່ປະຊາຊົນມີເບີກບານມ່ວນຊື່ນຫຼາຍ. ຖະໜົນຫົນທາງສວຍງາມ, ລະດູເກັບກ່ຽວໄດ້ຮັບຜົນດີ, ເຂົ້າ ແລະ ໝາກພ້າວຂຶ້ນລາຄາ, ສະນັ້ນໃຜກໍ່ເບີກບານມ່ວນຊື່ນ. ສ່ວນແມ່ເຖົ້າ ແທກທິຮວງ ເວົ້າວ່າ: “ນັບແຕ່ນີ້ເປັນຕົ້ນໄປ, ປະຊາຊົນໃນບ້ານຊອກຣ້ວງ ບໍ່ປະສົບກັບສະພາບດິນຕົມໃນຍາມຝົນຕົກອີກ. ບຸນເຕັດປີນີ້, ຊອກຣ້ວງ ມີຄວາມສະອາດງາມຕາແລ້ວ.
|
|
ພະນັກງານ, ນັກຮົບກອງບັນຊາການທະຫານເມືອງເກົ່າແກ່ ພ້ອມກັບພະສົງສາມະເນນ ແລະປະຊາຊົນຕ້ອນຮັບບຸນ Chol Chnam Thmay. ພາບ: qdnd.vn |
ແບ່ງປັນກ່ຽວກັບການປ່ຽນແປງຂອງບ້ານເກີດເມືອງນອນ, ສະຫາຍ ກຽນຟີຮຸ່ງ, ເລຂາໜ່ວຍພັກບ້ານຊອກຣ້ວງ ແບ່ງປັນວ່າ: “ນັບແຕ່ເມື່ອກອງບັນຊາການທະຫານເມືອງເກົ່າແກ່ ໜູນຊ່ວຍກໍ່ສ້າງຖະໜົນຫົນທາງ, ປະຊາຊົນໃນບ້ານດີໃຈທີ່ສຸດ.”
ທ່ານພັນເອກ ຫງວຽນແທ່ງຕຸ່ງ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານເມືອງເກົ່າແກ່ ໃຫ້ຮູ້ວ່າ: ເສັ້ນທາງເບຕົງ ຍາວ 680 ແມັດ, ກວ້າງ 2 ແມັດ ເຊື່ອມຕໍ່ລະບົບຄົມມະນາຄົມຕາແສງ ຮວ່າເຕິນ ກັບໃຈກາງເມືອງເກົ່າແກ່ແມ່ນຜົນຂອງການໜູນຊ່ວຍງົບປະມານ ແລະກໍາລັງແຮງງານຂອງກອງບັນຊາການທະຫານເມືອງ.
ທ່ານພັນເອກ ຫງວຽນແທ່ງຕຸ່ງ ໃຫ້ຮູ້ຕື່ມວ່າ “ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກຄະນະພັກເມືອງ ແລະກອງບັນຊາການທະຫານເມືອງພວມຜັນຂະຫຍາຍການກໍ່ສ້າງຮູບແບບ “ເສັ້ນທາງກໍ່ສ້າງສຳເລັດ, ກໍ່ຈະມີໄຟເຍືອງທາງ”. ຕາມສະຫາຍ ຫງວຽນຮວ່າງຂາຍ, ເລຂາພັກເມືອງເກົ່າແກ່ ແລ້ວ: ປີ 2024, ທ້ອງຖິ່ນໄດ້ຜັນຂະຫຍາຍຫຼາຍໂຄງການກ່ຽວກັບການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ. ພິເສດແມ່ນບັນດາຮູບແບບ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ່ວ” ຂອງກອງບັນຊາການທະຫານເມືອງ ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ຍ້ອນແນວນັ້ນ, ຊີວິດການເປັນຢູ່ຂອງຊາວເຜົ່າສ່ວນໜ້ອຍຢູ່ທ້ອງຖິ່ນນັບມື້ນັບໄດ້ຮັບການຍົກສູງຂຶ້ນ; ຄວາມເຊື່ອໝັ້ນຕໍ່ຄະນະພັກ, ອຳນາດການປົກຄອງນັບມື້ນັບໝັ້ນແກ່ນ.
ສະຫາຍ ຫງວຽນຮວ່າງຂາຍ ຢືນຢັນວ່າ “ຜ່ານ 13 ປີແຫ່ງການຜັນຂະຫຍາຍການກໍ່ສ້າງຊົນນະບົດໃໝ່ (2011-2024), ປະຈຸບັນເມືອງເກົ່າແກ່ໄດ້ມີການປ່ຽນແປງຫຼາຍຢ່າງ. ປີ 2019 ບັນລຸມາດຖານຊົນນະບົດໃໝ່, ຮອດປີ 2023 ບັນລຸມາດຖານຊົນນະບົດໃໝ່ທີ່ກ້າວໜ້າ. ບັນດາຜົນງານດັ່ງກ່າວແມ່ນມີການປະກອບສ່ວນບໍ່ແມ່ນນ້ອຍຂອງກອງບັນຊາການທະຫານເມືອງ.
ສ້າງຄວາມສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນ
ພໍ່ແມ່ນປະຊາຊົນເຜົ່າຂະແມ່ຢູ່ແຂວງ ຈ່າວິງ ກວມປະມານ 33% ຈຳນວນປະຊາກອນ, ຫຼາຍຄອບຄົວຍັງທຸກຍາກ. ໂດຍກຳນົດວ່າການປະຕິບັດວຽກງານຂົນຂວາຍປະຊາຊົນຢູ່ເຂດຊົນສ່ວນໜ້ອຍແມ່ນໜ້າທີ່ປະຈຳ ແລະສຳຄັນ, ແຕ່ລະປີກອງບັນຊາການທະຫານແຂວງ ໄດ້ເປັນເຈົ້າການເປັນເສນາທິການຕໍ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງ, ໂດຍສະເພາະແມ່ນຄະນະຊົນເຜົ່າ ແລະແນວໂຮມປະເທດຊາດຫວຽດນາມ ກໍ່ສ້າງແຜນການ, ລະດົມທຸກແຫຼ່ງກຳລັງເພື່ອຊ່ວຍເຫຼືອປະຊາຊົນ.
ທ່ານພັນເອກພິເສດ ຟ້າມແທ່ງໂລກ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ ໃຫ້ຮູ້ວ່າ: “ກໍາລັງປະກອບອາວຸດແຂວງ ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖີ່ນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ໜ້າທີ່ການເມືອງ. ໃນການພັດທະນາເສດຖະກິດ-ສັງຄົມ; ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຢູ່ທ້ອງຖິ່ນ, ປັບປຸງຊີວິດການເປັນຢູ່”.
|
|
ມອບ “ເຮືອນແຫ່ງຄວາມອົບອຸນລະຫວ່າງທະຫານ ແລະປະຊາຊົນ” ໃຫ້ຄອບຄົວສະຫາຍ ມາຍແທງງອກ, ທະຫານລາດບ້ານບຶງເລິ໊ນອາ, ຕາແສງຕາມຫງ໊າຍ, ເມືອງເກົ່າແກ່. ພາບ: qdnd.vn |
ໃນເຮືອນທີ່ກວ້າງຂວາງ ສວຍງາມທີ່ຫາກໍ່ໄດ້ຮັບໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ສະຫາຍ ມາຍແທງງອກ, ທະຫານລາດບ້ານບຶງເລິ໊ນອາ, ຕາແສງຕາມຫງ໊າຍ, ເມືອງ ເກົ່າແກ່ຮູ້ສຶກມ່ວນຊື່ນຫຼາຍ. ແມ່ເຖົ້າ ຫງວຽນທິຫາຍ ແມ່ຂອງສະຫາຍ ມາຍແທງງອກ ເວົ້າດ້ວຍຄວາມສະເທືອນໃຈວ່າ “ດ້ວຍເງິນໜູນຊ່ວຍ 50 ລ້ານດົ່ງຈາກກອງບັນຊາການທະຫານເມືອງ, ຄອບຄົວຂ້າພະເຈົ້າຈຶ່ງມີເງື່ອນໄຂສ້ອມແປງເຮືອນໄດ້. ບຸນເຕັດປີນີ້, ຄອບຄົວຂ້າພະເຈົ້າຈະໄດ້ຕ້ອນຮັບລະດູບານໃໝ່ດ້ວຍຄວາມອົບອຸ່ນໃນເຮືອນແຫ່ງສາຍຈິດມິດໃຈນີ້”.
ທ່ານພັນເອກພິເສດ ເຈືອງວັນເຖິມ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຈ່າວິງ ໃຫ້ຮູ້ຕື່ມວ່າ: “ເພື່ອສ້າງສາຍພົວພັນສາມັກຄີສະໜິດຕິດພັນລະຫວ່າງບັນດາຊົນເຜົ່າໃນບໍລິເວນ, ແຕ່ລະປີເນື່ອງໃນ ໂອກາດບຸນປີໃໝ່ປະຈໍາຊາດ, ພິທີ Sene Dolta, Ok Om Bok ຂອງພໍໍ່ແມ່ປະຊາຊົນເຜົ່າຂະແມ່, ກອງບັນຊາການທະຫານແຂວງ ແລະກອງບັນຊາການທະຫານບັນດາເມືອງ, ເທດສະບານ, ນະຄອນລ້ວນແຕ່ ຈັດຕັ້ງການໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ບັນດາວັດ, ຄອບຄົວພະນັກງານ ແລະທະຫານແມ່ນຊົນເຜົ່າຂະແມ່; ປະຕິບັດຫຼາຍກິດຈະກຳ ແລະວຽກງານເພື່ອຮັບປະກັນຊີວິດສັງຄົມ.”
ດ້ວຍບັນດາແຜນນະໂຍບາຍ ແລະນະໂຍບາຍທີ່ຖືກຕ້ອງ, ວຽກງານຂົນຂວາຍປະຊາຊົນເຜົ່າຂະແມ່ຂອງບັນດາກຳລັງປະກອບອາວຸດແຂວງ ຈ່າວິງ ໄດ້ປະກອບສ່ວນສຳຄັນ, ພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດາອົງການຈັດຕັ້ງສ້າງສະພາບແວດລ້ອມການພັດທະນາດ້ານເສດຖະກິດ-ສັງຄົມ, ຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະຄວາມປອດໄພຢູ່ເຂດທົ່ງພຽງແມ່ນ້ຳຂອງ, ພ້ອມກັນນັ້ນກໍ່ແຜ່ຂະຫຍາຍພາບພົດຂອງທະຫານລຸງໂຮ່ໃນດວງໃຈຂອງປະຊາຊົນ.
ໂດຍ: ທະນາພອນ