ທ່ານພົນໂທ ຮວ່າງຊວນຈຽນ, ກຳມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Chan Heng Kee ເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ ໄດ້ເປັນປະທານຮ່ວມການເຈລະຈາ.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຮວ່າງຊວນຈຽນ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງອາຊຽນໃນການສ້າງ ແລະຮັກສາໂຄງປະກອບຄວາມໝັ້ນຄົງໃນພາກພື້ນ, ຊຸກຍູ້ການຮ່ວມມືທີ່ແທດຈິງລະຫວ່າງບັນດາປະເທດສະມາຊິກ ກໍ່ຄືລະຫວ່າງອາຊຽນ ແລະບັນດາຄູ່ຮ່ວມມື.

leftcenterrightdel
ບັນຍາກາດທີ່ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ສິງກະໂປ ຄັ້ງທີ 16. ພາບ: qdnd.vn

ສອງຝ່າຍ ສະເໜີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ຮັກສາການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ; ເພີມທະວີການຮ່ວມມື, ການພົບປະແລກປ່ຽນລະຫວ່າງກໍາລັງທະຫານເຮືອ, ທະຫານອາກາດ, ຕໍາຫຼວດທະເລສອງປະເທດ; ຄົ້ນຄວ້າຄວາມສາມາດເປີດກວ້າງການຮ່ວມມືໃນບາງຂົງເຂດທີ່ສອງຝ່າຍມີທ່າແຮງ ແລະມີຄວາມຕ້ອງການ ຄື: ຄວາມໝັ້ນຄົງທາງໄຊເບີ, ການກູ້ຊີບ-ກູ້ໄພ; ຕັ້ງໜ້າທາບທາມຄວາມເຫັນ, ສະໜັບສະໜູນເຊິ່ງກັນ ແລະກັນໃນຂອບເຂດການຮ່ວມມືດ້ານການທະຫານ-ປ້ອງກັນຊາດອາຊຽນ.

ສ່ວນທ່ານ Chan Heng Kee ເນັ້ນໜັກວ່າ ຫວຽດນາມ ແລະສິງກະໂປ ມີການພົວພັນຮ່ວມມືສອງຝ່າຍອັນດີງາມທີ່ສຸດ, ບັນດາຂົງເຂດຮ່ວມມືນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳ. ທ່ານ Chan Heng Kee ກໍ່ໄດ້ແບ່ງປັນການສູນເສຍ, ຄວາມຫຍຸ້ງຍາກເມື່ອປະຊາຊົນຢູ່ພາກກາງກຳລັງປະສົບກັບໄພນໍ້າຖ້ວມ, ດິນເຈື່ອນ... ແລະຢືນຢັນວ່າ ສິງກະໂປ ຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບກັນ, ໜູນຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທຳມະຊາດ.

ສິ້ນສຸດການເຈລະຈາ, ຫົວໜ້າຄະນະຜູ້ແທນທັງສອງທ່ານ ໄດ້ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ 3 ປີ ໄລຍະ 2025-2028 ແລະບົດບັນທຶກຊ່ວຍຈໍາກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດການຝຶກອົບຮົມລະຫວ່າງສອງກະຊວງປ້ອງກັນປະເທດ; ພ້ອມທັງໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງກໍາລັງທະຫານເຮືອສອງປະເທດ.

ໂດຍ: ຈາງຫງວຽນ