ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ກໍາປູເຈຍ ຄັ້ງທີ 8
ກປ.ອອນໄລ - ໃນຕອນເຊົ້າວັນທີ 29 ຕຸລາ, ຢູ່ນະຄອນໂຮ່ຈີມິນ ໄດ້ດໍາເນີນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ກຳປູເຈຍ ຄັ້ງທີ 8.
ທ່ານພົນໂທ ຮວ່າງຊວນຈຽນ, ກຳມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນເອກ Chay Saing Yun, ຮອງລັດຖະມົນຕີຜູ້ປະຈໍາການກະຊວງປ້ອງກັນປະເທດກຳປູເຈຍ ໄດ້ເປັນປະທານຮ່ວມການເຈລະຈາ.
    |
 |
|
ບັນດາຜູ້ແທນຂອງສອງຝ່າຍທີ່ການເຈລະຈາ. ພາບ: qdnd.vn |
ກ່າວຄໍາເຫັນເປີດການເຈລະຈາ, ທ່ານພົນໂທ ຮວ່າງຊວນຈຽນ ຢືນຢັນວ່າ ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ກຳປູເຈຍ ຄັ້ງທີ 8 ແມ່ນກິດຈະກຳເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ເພື່ອແນໃສ່ຜັນຂະຫຍາຍໝາກຜົນຂອງການພົບປະລະຫວ່າງກົມການເມືອງສູນກາງພັກກອມມູນິດຫວຽດນາມ ແລະຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ ໃນເດືອນກຸມພາ 2025 ຢ່າງແທດຈິງ; ພ້ອມທັງມຸ່ງໄປເຖິງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 2; ກໍ່ຄື ອະນຸສັນຍາ ວ່າດ້ວຍການຮ່ວມມືດ້ານການປ້ອງກັນຊາດສອງຝ່າຍ ໄລຍະ 2025 - 2029 ແລະແຜນການຮ່ວມມືປີ 2025 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ ແລະ ກຳປູເຈຍ.
ໃນການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ພ້ອມທັງຢືນຢັນວ່າຈະສືບຕໍ່ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ບ້ານໃກ້ເຮືອນຄຽງທີ່ດີງາມ, ຄວາມສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
    |
 |
|
ສອງຝ່າຍ ລົງນາມບົດບັນທຶກການເຮັດວຽກ. ພາບ: qdnd.vn |
ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮອບດ້ານ ແລະແທດຈິງ, ໂດຍຈຸດສຸມແມ່ນບັນດາເນື້ອໃນ ຄື: ເພີ່ມທະວີການແລກປ່ຽນຄະນະ, ການພົບປະຂັ້ນສູງ ແລະທຸກຂັ້ນ; ຮັກສາການບໍາລຸງສ້າງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ; ການຮ່ວມມືຄຸ້ມຄອງ, ປົກປັກຮັກສາຊາຍແດນທາງບົກ ແລະທາງທະເລ; ສືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະກັນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດປ້ອງກັນຊາດ; ສືບຕໍ່ປັບປຸງ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ, ກໍ່ຄືລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໃຫ້ເລິກເຊິ່ງກວ່າອີກ...
ໂດຍ: ຈາງຫງວຽນ